ເຮັດໃຫ້ການພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ຫວຽດນາມ - ລາວ ເລິກເຊິ່ງກ່ວາອີກ

(VOVWORLD) - ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການຂອງແຕ່ລະພັກ, ແຕ່ລະປະເທດ, ໃນນັ້ນມີວຽກງານກໍ່ສ້າງພັກ, ພັດທະນາເສດຖະກິດ - ສັງຄົມ
ເຮັດໃຫ້ການພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ຫວຽດນາມ - ລາວ ເລິກເຊິ່ງກ່ວາອີກ - ảnh 1ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ
(ພາບ:TTXVN)

ວັນທີ 26 ກຸມພາ, ຢູ່ນະຄອນຫຼວງ ຮ່າໂນ້ຍ, ໄດ້ດຳເນີນການພົບປະຂັ້ນສຸດຍອດລະຫວ່າງພັກກອມມູນິດ ຫວຽດນາມ ແລະ ພັກປະຊາຊົນປະຕິວັດລາວ ໂດຍທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ແລະ ທ່ານເລຂາທິການໃຫຍ່ພັກປະຊາຊົນປະຕິວັດລາວ, ປະທານປະເທດ ສປປ ລາວ ທອງລຸນ ສີສຸລິດ ເປັນເຈົ້າພາບຈັດຕັ້ງ. ນີ້ແມ່ນເຫດການສຳຄັນ ປະກອບສ່ວນເພີ່ມທະວີ ແລະ ເຮັດໃຫ້ການພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ຫວຽດນາມ - ລາວ ເລິກເຊິ່ງກ່ວາອີກ.

        ທີ່ການພົບປະ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການຂອງແຕ່ລະພັກ, ແຕ່ລະປະເທດ, ໃນນັ້ນມີວຽກງານກໍ່ສ້າງພັກ, ພັດທະນາເສດຖະກິດ - ສັງຄົມ, ແລກປ່ຽນກ່ຽວກັບສະພາບການໂລກ, ພາກພື້ນ ແລະ ບັນດາເນື້ອໃນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ; ຕີລາຄາໝາກຜົນຂອງການພົວພັນຮ່ວມມືລະຫວ່າງສອງພັກ, ສອງລັດໃນໄລຍະຜ່ານມາ, ເປັນເອກະພາບບັນດາການກຳນົດທິດໃຫຍ່ໃນການພົວພັນຮ່ວມມື ຫວຽດນາມ - ລາວ ໃນໄລຍະຈະມາເຖິງ. ການນຳສອງທ່ານຢັ້ງຢືນ ການພົວພັນ ຫວຽດນາມ - ລາວ ແມ່ນຊັບສົມບັດອັນລ້ຳຄ່າຂອງສອງປະເທດ, ແມ່ນກົດເກນປະຫວັດສາດ ແລະ ແຫຼ່ງກຳລັງອັນໃຫຍ່ຫຼວງທີ່ສຸດຂອງສອງພັກ, ສອງລັດ ຄວນໄດ້ຮັບການຜັນຂະຫຍາຍ, ສືບທອດໃຫ້ລຸ້ນຄົນຕໍ່ໄປ.

        ທີ່ການພົບປະຂັ້ນສຸດຍອດ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ໄດ້ເຫັນດີເປັນເອກະພາບໃນສະພາບການປະຈຸບັນ, ສອງພັກ, ສອງລັດ ຄວນສືບຕໍ່ເສີມຂະຫຍາຍມູນເຊື້ອທີ່ດີງາມ, ເພີ່ມທະວີນ້ຳໃຈສາມັກຄີ, ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະ ກັນ, ສືບຕໍ່ນຳການພົວພັນດ້ານການເມືອງກ້າວເຂົ້າສູ່ລວງເລິກ, ແມ່ນການກຳນົດທິດສັງລວມໃນການພົວພັນລະຫວ່າງສອງພັກ, ສອງລັດ; ຍູ້ແຮງເສົາຄ້ຳການຮ່ວມມືດ້້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ແລະ ການພົວພັນຕ່າງປະເທດ; ສ້າງຂອດບຸກທະລຸໃນການຮ່ວມມືເສດຖະກິດ; ຊຸກຍູ້ການຮ່ວມມືດ້ານສຶກສາ, ວັດທະນະທຳ, ວິທະຍາສາດ - ເຕັກນິກ ແລະ ພົວພັນແລກປ່ຽນປະຊາຊົນ ບົນພື້ນຖານເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າແຮງຂອງແຕ່ລະປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ