ເຮັດ​ໃຫ້ການ​ພົວ​ພັນ​ຮ່ວມ​ມືມິດ​ຕະ​ພາບທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ ແລະ ເອ​ຢິບ ເລິກເຊິ່ງ​ກ່​ວາ​ອີກ

(VOVWORLD) -ລັດຖະມົນຕີທັງສອງທ່ານໃຫ້ຄຳໝັ້ນສັນຍາຈະສືບຕໍ່ສົມທົບຢ່າງແໜ້ນແຟ້ນໃນບັນດາກອງປະຊຸມເວທີປາໄສສາກົນ, ພິເສດຢູ່ສະຫະປະຊາຊາດ, ປະກອບສ່ວນໃຫ້ສັນຕິພາບ, ສະຖຽນລະພາບ, ພັດທະນາຢູ່ພາກພື້ນ ແລະ ໃນໂລກ.

 

ເຮັດ​ໃຫ້ການ​ພົວ​ພັນ​ຮ່ວມ​ມືມິດ​ຕະ​ພາບທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ ແລະ ເອ​ຢິບ ເລິກເຊິ່ງ​ກ່​ວາ​ອີກ - ảnh 1ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ (ພາບ: ກະຊວງການຕ່າງປະເທດ)

ໃນວັນທີ 08 ມິຖຸນາ, ທີ່ການໂອ້ລົມທາງໂທລະສັບກັບທ່ານ Sameh Shourky ລັດຖະມົນຕີກະຊວງການຕ່າງປະເທດ ເອຢິບ ແນໃສ່ແລກປ່ຽນບັນດາມາດຕະການຊຸກຍູ້ການພົວພັນສອງຝ່າຍໃນສະພາບການໂລກລະບາດໂຄວິດ-19 ແລະ ບາງບັນຫາພາກພື້ນ ແລະ ສາກົນ, ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ຢັ້ງຢືນວ່າ ຫວຽດນາມ ພ້ອມແລ້ວທີ່ຈະແບ່ງປັນບົດຮຽນໃນການຮັບມືເຊື້ອພະຍາດກັບ ເອຢິບ. ສອງຝ່າຍເນັ້ນໜັກວ່າ ຈະບຸລິມະສິດຊຸກຍູ້, ເຮັດໃຫ້ການພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດເລິກເຊິ່ງກ່ວາອີກ; ເຫັນດີສືບຕໍ່ເສີມຂະຫຍາຍ, ຜັນຂະຫຍາຍບັນດາເອກະສານ, ຂໍ້ຕົກລົງການຮ່ວມມືໄດ້ລົງນາມສະບັບຕ່າງໆຢ່າງມີປະສິດທິຜົນ, ເພີ່ມທະວີການແລກປ່ຽນ,  ພົບປະແລກປ່ຽນເພື່ອຊອກຫາບັນດາວິທີການແກ້ໄຂບຸກທະລຸເພື່ອຊ່ວຍຊຸກຍູ້ການຮ່ວມມືສອງຝ່າຍ, ພິເສດແມ່ນພາຍຫຼັງສາມາດຄວບຄຸມສະພາບການໂລກລະບາດໂຄວິດ-19; ພ້ອມທັງສະເໜີບຸລິມະສິດຊຸກຍູ້ບັນດາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນຂັ້ນສູງ, ສົ່ງເສີມການຄ້າ, ການລົງທຶນ, ເພີ່ມທະວີການຮ່ວມມືດ້ານການສຶກສາ, ການທ່ອງທ່ຽວ…       ສູ້ຊົນນຳວົງເງິນການຄ້າສອງສົ້ນບັນລຸ 1 ຕື້ USD ໂດຍໄວຄືດັ່ງຄາດໝາຍທີ່ການນຳຂັ້ນສູງສອງປະເທດໄດ້ວາງອອກ.

ລັດຖະມົນຕີທັງສອງທ່ານໃຫ້ຄຳໝັ້ນສັນຍາຈະສືບຕໍ່ສົມທົບຢ່າງແໜ້ນແຟ້ນໃນບັນດາກອງປະຊຸມເວທີປາໄສສາກົນ, ພິເສດຢູ່ສະຫະປະຊາຊາດ, ປະກອບສ່ວນໃຫ້ສັນຕິພາບ, ສະຖຽນລະພາບ, ພັດທະນາຢູ່ພາກພື້ນ ແລະ ໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ