ແຂວງ ກວາງຫງາຍ ຈັດຕັ້ງບຸນຊ່ວງເຮືອຢູ່ເມືອງເກາະ ຫຼີເຊີນ

(VOVWORLD) - ຂໍໃຫ້ປະເທດຊາດມີຄວາມສັນຕິສຸກ, ປະຊາຊົນຢູ່ເຢັນເປັນສຸກ, ຊາວປະມົງປະສົບກັບຄວາມສະດວກໃນການອອກສູ່ທະເລ ເພື່ອຫາປາ
ແຂວງ ກວາງຫງາຍ ຈັດຕັ້ງບຸນຊ່ວງເຮືອຢູ່ເມືອງເກາະ ຫຼີເຊີນ - ảnh 1 ແຂວງ ກວາງຫງາຍ ຈັດຕັ້ງບຸນຊ່ວງເຮືອຢູ່ເມືອງເກາະ ຫຼີເຊີນ

ແຕ່ລະປີ, ເນື່ອງໃນໂອກາດຕົ້ນປີໃໝ່, ເມືອງເກາະ ຫຼີເຊີນ, ແຂວງ ກວາງຫງາຍ ພັດຈັດຕັ້ງບຸນຊ່ວງເຮືອຮີດຄອງປະເພນີ ເພື່ອອາໄລຫາກົກເຄົ້າເຫງົ້າກໍ, ບັນພະບຸລຸດທີ່ມີຄຸນງາມຄວາມດີໃນການປົກປັກຮັກສາເຂດຊາຍແດນປະເທດຊາດ ກໍ່ຄືຂໍໃຫ້ປະເທດຊາດມີຄວາມສັນຕິສຸກ, ປະຊາຊົນຢູ່ເຢັນເປັນສຸກ, ຊາວປະມົງປະສົບກັບຄວາມສະດວກໃນການອອກສູ່ທະເລ ເພື່ອຫາປາ. ງານບຸນໄດ້ດຳເນີນແຕ່ວັນທີ 4 – 8 ເດືອນຈຽງ ໄລ່ຕາມຈັນທະປະຕິທິນ ດ້ວຍການເຂົ້າຮ່ວມຂອງ 8 ທິມ. ທ່ານ ເວວັນນິງ ຮອງປະທານຄະນະກຳມະການປະຊາຊົນເມືອງ ຫຼີເຊີນ, ແຂວງ ກວາງຫງາຍ ໃຫ້ຮູ້ວ່າ:

        ງານບຸນຊ່ວງເຮືອຮີດຄອງປະເພນີມີແຕ່ດົນນານແລ້ວ. ຕາມເອກະສານປະຫວັດສາດແລ້ວ, ງານບຸນໄດ້ຈັດຕັ້ງແຕ່ປີ 1826. ພວກຂ້າພະເຈົ້າພວມສະເໜີຕໍ່ກະຊວງວັດທະນະທຳ ກິລາ ແລະ ທ່ອງທ່ຽວ ຮັບຮອງເອົາງານບຸນຊ່ວງເຮືອນີ້ ແມ່ນງານບຸນບໍ່ເປັນວັດຖຸ.

ຕອບກັບ

ຂ່າວ/ບົດ​ອື່ນ