ແຂວງ ດ້ຽນບຽນ ກະກຽມພິທີໄຂປີທ່ອງທ່ຽວແຫ່ງຊາດ ແລະ ສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຟູ

(VOVWORLD) - ມາຮອດຈຸດເວລານີ້, ແຂວງ ດ້ຽນບຽນ ໄດ້ກະກຽມຢ່າງລອບຄອບທີ່ຖ້ວນໃຫ້ແກ່ເຫດການ, ຕ້ອນຮັບແຂກທ່ອງທ່ຽວມາຢ້ຽມຢາມບັນດາເຂດທັດສະນີຍະພາບ; ຈຸດຄວາມງາມດ້ານວັດທະນະທຳຂອງ 19 ຊົນເຜົ່າ
ແຂວງ ດ້ຽນບຽນ ກະກຽມພິທີໄຂປີທ່ອງທ່ຽວແຫ່ງຊາດ ແລະ ສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຟູ - ảnh 1  ພິທີໄຂປີທ່ອງທ່ຽວແຫ່ງຊາດ - ດ້ຽນບຽນ 2024 ຈະຈັດຂຶ້ນໃນຕອນຄຳວັນທີ 16 ມີນາ
(ພາບປະກອບ: ຫວູເລີຍ)

        ພິທີໄຂປີທ່ອງທ່ຽວແຫ່ງຊາດ - ດ້ຽນບຽນ 2024 ດ້ວຍຫົວຂໍ້ “ດ້ຽນບຽນຟູ ທີ່ສະຫງ່າລາສີ - ເຄື່ອນໄຫວບໍ່ມີວັນສິນສຸດ”, ຈະຈັດຂຶ້ນໃນຕອນຄຳວັນທີ 16 ມີນາ. ນີ້ແມ່ນເຫດການລະດັບຊາດ, ຕິດພັນກັບພິທີສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຟູ (07 ພຶດສະພາ 1954 – 07 ພຶດສະພາ 2024). ມາຮອດຈຸດເວລານີ້, ແຂວງ ດ້ຽນບຽນ ໄດ້ກະກຽມຢ່າງລອບຄອບທີ່ຖ້ວນໃຫ້ແກ່ເຫດການ, ຕ້ອນຮັບແຂກທ່ອງທ່ຽວມາຢ້ຽມຢາມບັນດາເຂດທັດສະນີຍະພາບ; ຈຸດຄວາມງາມດ້ານວັດທະນະທຳຂອງ 19 ຊົນເຜົ່າ, ກໍຄືຢ້ຽມຊົມ, ຊອກຮູ້ກ່ຽວກັບເຂດປູຊະນີຍະສະຖານປະຫວັດສາດຂອງສະໜາມຮົບ ດ້ຽນບຽນຟູ ແຫ່ງປະຫວັດສາດ.

        ບັນດາການເຄື່ອນໄຫວພົ້ນເດັ່ນຢູ່ແຂວງ ດ້ຽນບຽນ, ລວມມີ: ພິທີໄຂປີທ່ອງທ່ຽວແຫ່ງຊາດ ດ້ຽນບຽນ 2024 ຕິດພັນກັບງານບຸນດອກບານ; ການເຄື່ອນໄຫວກ່ຽວກັບການສົ່ງເສີມການຄ້າເຂດ ໄຕບັກ ດ້ຽນບຽນ 2024 ແລະ ບັນດາການເຄື່ອນໄຫວໄດ້ຈັດຂຶ້ນນັບແຕ່ຕົ້ນປີ.

ຕອບກັບ

ຂ່າວ/ບົດ​ອື່ນ