ແຂວງກາວບັ່ງລົງມືກໍ່ສ້າງວັດເຟີດຕີກຈຸກເລີມບ້ານຢົກ

ແຂວງກາວບັ່ງລົງມືກໍ່ສ້າງວັດເຟີດຕີກຈຸກເລີມບ້ານຢົກ - ảnh 1
ຖ້ຳ ບ້ານຢົກ
ພາບ:internet

(vovworld) -  ວັນ​ທີ 15/6, ຄະນະ​ກຳມະການ​ປະຊາຊົນ​ແຂວງ ກາວ​ບັ່ງ ​ໄດ້​ສົມທົບ​ກັບ​ສູນ​ກາງ​ສະມາຄົມ​ພຸດທະ​ສາສະຫນາ​ຫວຽດນາມ ຈັດ​ຕັ້ງ​ພິທີ​ລົງມື​ກໍ່ສ້າງ​ວັດ​ເຟີ​ດຕີກຈຸກ​ເລີມ ບ້ານ​ຢົກ ຢູ່​ຕາ​ແສງ ດາມ​ຖູ້ຍ ​ເມືອງ ຈູງ​ແຄງ ​ແຂວງ ກາວ​ບັ່ງ. ວັດ​ດັ່ງກ່າວ​ໄດ້​ຮັບ​ການ​ກໍ່ສ້າງ​ຢູ່​ເນີ​ນພູ​ດ້ວຍ​ເນື້ອ​ທີ່ 2 ​ເຮັກຕາ. ຍອດ​ຈຳນວນ​ເງິນ​ລົງທຶຍກໍ່ສ້າງ​ວັດ​ດັ່ງກ່າວ​ແມ່ນ 18 ຕື້​ດົ່ງ ຈາກ​ແຫ​ລ່ງທຶນ​ສັງຄົມ. ​ເລື່ອງ​ກໍ່ສ້າງ​ວັດ​ເຟີ​ດຕິກ​ຈູ​ກ​ເລີມ ບ້ານ​ຢົກ ຢູ່​ເຂດ​ທ່ອງ​ທ່ຽວຖ້ຳ ບ້ານ​ຢົກ ​ແມ່ນ​ກິດຈະກຳ​ມີ​ຄວາມ​ໝາຍ​ສຳຄັນ, ​ແທດ​ຈິງ ​ເພື່ອ​ຮັບ​ໃຊ້​ການ​ເຄື່ອນໄຫວ​ສາສະຫນາ, ຈິດ​ວິນ​ຍານ ​ແລະ ມີ​ຄວາມ​ໝາຍ​ສຳຄັນ​ໃນ​ການ​ພັດທະນາ​​ເຂດ​ທ່ອງ​ທ່ຽວຖ້ຳ ບ້ານ​ຢົກ​ໃຫ້ກາ​ຍ​ເປັນ​ເຂດ​ທ່ອງ​ທ່ຽວ​ຈຸດ​ສຸມ​ຂອງ​ແຂວງ ກາວ​ບັ່ງ. ຄາດ​ວ່າ ວັດ​ດັ່ງກ່າວ​ຈະ​ໄດ້​ຮັບ​ການ​ກໍ່ສ້າງ​ສຳ​ເລັດ​ໃນ​ທ້າຍ​ປີ 2014.

ຂ່າວ/ບົດ​ອື່ນ