ແຂວງດັກນົງ ສະເຫຼີມສະຫຼອງ 40 ປີແຫ່ງວັນປົດປ່ອຍເມືອງ ດຶກເລີບ

ແຂວງດັກນົງ ສະເຫຼີມສະຫຼອງ 40 ປີແຫ່ງວັນປົດປ່ອຍເມືອງ ດຶກເລີບ - ảnh 1
​ຕາ​ແສງ ດັກ​ມີ (​ແຂວງ​ດັກ​ນົງ)
(ພາບປະກອບ)


(vovworld) – ຕອນຄໍ່າ​ວັນ​ທີ 09/03, ​ຕາ​ແສງ ດັກ​ມີ (​ແຂວງ​ດັກ​ນົງ), ​ໄດ້​ຈັດ​ພິທີສະ​ເຫຼີມສະຫຼອງ 40 ປີ​ແຫ່ງ​ວັນ​ປົດ​ປ່ອຍ​ເມືອງດຶກ​ເລີບ ຢ່າງ​ສົມ​ກຽດ (09/03/1975 – 09/03/2015), ປະຈຸ​ບັນ​ແມ່ນ​ເມືອງ ດັກ​ມີ, ​ແຂວງ​ດັກ​ນົງ. ບັນດາ​ຜູ້​ແທນ​ໄດ້​ຫວນ​ຄືນ​ປະຫວັດສາດ ​ແລະ ຄວາມ​ໝາຍ​ຂອງ​ບັ້ນ​ຮົບ​ປົດ​ປ່ອຍ​ເມືອງ ດຶກ​ເລີບ. ປົດ​ປ່ອຍ​​ເມືອງ ດຶກ​ເລີບ ​ໄດ້​ເປີດ​​ຊ່ອງທາງ​ທິດ​ໃຕ້ເພື່ອ​ປົດ​ປ່ອຍນະຄອນ ບວນມາ​ທວດ (10/03/1975), ​ເປີດສາກ​ໃຫ້​ແກ່​ການ​ບຸກ​​ໂຈມ​ຕີ​ຄັ້ງ​ໃຫຍ່​ລະດູບານ​ໃໝ່​ປີ 1975, ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ. 40 ປີຜ່ານມາ, ທະຫານ ​ແລະ ປະຊາຊົນ​ບັນດາ​ເຜົ່າ​ ດັກ​ມີ ​ໄດ້​ກໍ່ສ້າງ​ບ້ານ​ເກີດເມືອງ​ນອນ​​ໃຫ້​ນັບ​ມື້​ນັບ​ຮັ່ງ​ມີ, ສວຍ​ງາມ. ລະດັບ​ເຕີບ​ໂຕ​ດ້ານ​ເສດຖະກິດຂອງ​​ດັກ​ມີ ຄິດ​ສະ​ເລ່ຍ​ແຕ່ລະ​ປີບັນລຸກວ່າ 12%. ອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ເມືອງ ຕັດສິນ​ໃຈ​ນຳ ດັກ​ມີ ພັດທະນາ​ຂຶ້ນ​ສູ່​ລະດັບສູງ​ໃໝ່, ຢືນຢັນ​ທີ່​ຕັ້ງ​ບົດບາດ​ແມ່ນ​ໜຶ່ງ​ໃນ​ບັນດາ​​ໃຈກາງ​ເສດຖະກິດ, ວັດທະນະທຳ, ສັງຄົມ​ຂອງ​ແຂວງ, ສົມ​ເປັນ​ບ້ານ​ເກີດ​ເມືອງ​ນອນ​​ດຶກ​ເລີບ ​ວິລະ​ຊົນ.

ຂ່າວ/ບົດ​ອື່ນ