ແຂວງດັກລັກ ຈັດຕັ້ງງານ ພົບປະແລກປ່ຽນສິລະປະ “ພະລັງຊີວິດແຫ່ງກົກເຄົ້າເຫງົ້າກໍ”

ແຂວງດັກລັກ ຈັດຕັ້ງງານ ພົບປະແລກປ່ຽນສິລະປະ “ພະລັງຊີວິດແຫ່ງກົກເຄົ້າເຫງົ້າກໍ” - ảnh 1
(ພາບປະກອບ)

(vovworld) – ຕອນ​ຄໍ່າ​ວັນ​ທີ 09/03, ຢູ່​ແຂວງ​ດັກ​ລັກ, ​ໄດ້​ດຳ​ເນີນ​ງານພົບ​ປະ​ແລກ​ປ່ຽນ​ສິລະ​ປະ “ພະລັງ​ຊີວິດ​ແຫ່ງ​ກົກ​ເຄົ້າ​ເຫງົ້າ​ກໍ”. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ນອນ​ໃນ​​ງານ​ບຸນ​ກາ​ເຟ ບວນມາ​ທວດ ຄັ້ງ​ທີ 5. ງານພົບ​ປະ​ແລກປ່ຽນ​​ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ເຈົ້າ​ກົກ, ​ເຈົ້າ​ເຫຼົ່າ ແລະ ຜູ້​ມີ​ອິດທິພົນ​ຊື່​ສຽງ​ໃນ​ປະຊາ​ຄົມ​ບັນດາ​ເຜົ່າ​​ໄຕ​ງວຽນ, ພ້ອມ​ກັບ​ນັກ​ສີ​ລະ​ປິນ, ນັກ​ສິລະ​ປະການຂອງ 5 ​ແຂວງ​ຄື: ດັກ​ລັກ, ດັກ​ນົງ, ຢາ​ລາຍ, ກອນ​ຕຸ​ມ ​ແລະ ​ເລີມ​ດົ່ງ. ບັນດາ​ເນື້ອ​​ໃນ​ພົບ​ປະ​ແລກປ່ຽນ​ຄື: ຕີ​ຄ້ອງ, ຂັບ​ລຳ​ທຳ​ເພງ​ພື້ນ​ເມືອງ, ການສະ​ແດງ​ຊຸດ​ອາພອນ​​ບັນດາ​ເຜົ່າ, ​ອັນໄດ້ປະ​ກອບ​ສ່ວນ​​ເຮັດ​ໃຫ້​ບັນຍາກາດ​ຂອງ​ງານ​ບຸນທີ່​ພວມ​ຈັດ​ຂຶ້ນ​ຢູ່​ທີ່​ນີ້​ອຸດົມ​ສົນ​ບູນ​ຂຶ້ນ​ຕ່ືມ.

ຂ່າວ/ບົດ​ອື່ນ