ແຂວງບັກກ້ານ, ພັດທະນາບັນດາກຸ່ມອຸດສາຫະກຳທີ່ມີຂອບຂະໜາດນ້ອຍ

ແຂວງບັກກ້ານ, ພັດທະນາບັນດາກຸ່ມອຸດສາຫະກຳທີ່ມີຂອບຂະໜາດນ້ອຍ - ảnh 1
(ພາບປະກອບ)

​ແຂວງບັກ​ກ້ານ, ແຂວງ​​ເຂດພູ​ດອຍ ມີ​ພູມ​ສັນ​ຖານ​ສ່ວນຫຼາຍ​ແມ່ນພູ​ດອຍ​ ສະ​ນັ້ນ​ຈຶ່ງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ ​ໃນ​ການ​ຜັນ​ຂະ​ຫຍາຍ​ ບັນ​ດາ​ເຂດ​ອຸດ​ສາ​ຫະ​ກຳ​ທີ່​ມີ​ຂະ​ໜາດດ້ວຍ​ເນື້ອ​ທີ່​ທົ່ງ​ພຽງ​ໃຫຍ່. ດັ່ງ​ນັ້ນ, ເລື່ອງ​ການ​ສ້າງ​ຕັ້ງ​ບັນ​ດາ​ກຸ່ມ​ອຸດ​ສາ​ຫະ​ກຳ​ ທີ່​ມີ​ຂອບ​ຂະ​ໜາດ​ນ້ອຍ, ກົນ​ໄກ​ການ​ເຄື່ອນ​ໄຫວຢ່າງ​ມີ​ໄຫວ​ພິບ, ອ່ອນ​ໂຍນ ເພື່ອ​ດຶງ​ດູດ​ເງິນ​ລົງ​ທຶນ ​ໃນ​ການກໍ່​ສ້າງ​ບັນ​ດາ​ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ ແລະ ຂະ​ໜາດ​ກາງ ໃຫ້​ເໝາະ​ສົມ.

        ຕາມ​​ຮ່າງ​ແຜນ​ກຳ​ນົດ ແລະ ພັດ​ທະ​ນາ​ບັນ​ດາ​ກຸ່ມ​ອຸດ​ສາ​ຫະ​ກຳ ແຂວງ​ບັກ​ກ້ານ ໄລ​ຍະ​ແຕ່ ປີ 2010 ຫາ​ປີ 2020,  ແຂວງ​ບັກ​ກ້ານ ຈະ​ພັດ​ທະ​ນາ  ກຸ່ມ​ອຸດ​ສາ​ຫະ​ກຳ 21 ກຸ່ມ ດ້ວຍ​ເນື້ອ​ທີ່ ທັງ​ໝົດ​ແມ່ນ​ກ່​ວາ 488 ເຮັກ​ຕາ, ຍອດ​ເງິນ​ລົງ​ທຶນ ກ່​ວາ 3.000 ຕື້​ດົ່ງ, ດຶງ​ດູ​ດ ​ແຮງ​ງານ ເກືອບ 40 ພັນຄົນ. ບັນ​ດາ​ກຸ່ມ​ອຸດ​ສາ​ຫະ​ກຳ​ ຈະ​ຖືກ​ແບ່ງ​ເປັນ 4 ອະ​ນຸ​ພາກ​ພື້ນ ​ລຽບ​ຕາມເສັ້ນ​ທາງ​ ​ຕາມ​ແລວ​ທາງ​ເສດ​ຖະ​ກິດ ເລກ 3. ທ່ານ ຫຼີ​ທາຍ​ຮ່າ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ​ບັກ​ກ້ານ, ໃຫ້​ຮູ້​ວ່າ: ​ແຂວງ​ບັກ​ກ້ານ ສຸ​ມ​ໃສ່​ລົງ​ທຶນ​ທີ່​ມີ​​ລັກ​ສະ​ນະ​ບຸກ​ທະ​ລຸ ເພື່ອ​ແນ​ໃສ່​ພັດ​ທະ​ນາ ​ບັນ​ດາ​ຂະ​ແໜງ​ອຸດ​ສາ​ຫະ​ກຳ ​ທີ່​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ ​ມີທ່າ​ແຮງດ​້ວຍ​ວິ​ທີ​ວ່ອງ​ໄວ, ໝັ້ນ​ຄົງ ແລະ ມີ​ລັກ​ສະ​ນະເປັນ​ໄປ​ໄດ້​ສູງ.

        ແຂວງ​ບັກ​ກ້ານ​ ​ຕົ້ນ​ຕໍແມ່ນ​ອຸດ​ສາ​ຫະ​ກຳ ກ່ຽວ​ກັບ​ການ​ຂຸດ​ຄົ້ນ. ປັດ​ຈຸ​ບັນ​​ການຂຸດ​ຄົ້ນ ກ່ຽວ​ກັບ​ວັດ​ຖຸ​​ດິບ​ໃນ​ການກໍ່​ສ້າງ ຄື: ຊາຍ​​ຫີນຮັບ​ໃຊ້​ໃຫ້​ແກ່​ການກໍ່​ສ້າງ ແລະ ​ແຮ່​ທາດ, ເຊັ່ນ​ເຫຼັກ, ເຫຼັກ​ກ້າ, ​ກົ່ວ, ສັງ​ກະ​ສີ ເພື່ອ​ປຸກ​ລຸກ​ບັນ​ດາ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ ແຫຼ່ງ​ກຳ​ລັງ​ນີ້​ຕ້ອງ​ຮຽກ​ຮ້ອງ​ບັນ​ດາ​ນັກ​ລົງ​ທຶນ.

        ເປົ້າ​ໝາຍ​ຂອງແຜນ​ຮ່າງ​ທີ່​ຍົກ​ອອກ​ແມ່ນ ​ຮອດ​ປີ 2020 ແຕ່​ລະ​ເມືອງ, ເທດ​ສະ​ບານ ໃນ​ແຂວງ​ບັກ​ກ້ານ ຈະມີ​ກຸ່ມ​ອຸດ​ສາ​ຫະ​ກຳ​ຢ່າງ​ໜ້ອຍ​​ສຸດໜຶ່ງກຸ່ມ. ບັນ​ດາ​ກຸ່ມ​ອຸດ​ສາ​ຫະ​ກຳ​ໄດ້​ກຳ​ນົດ ​ພິ​ເສດ​ສະ​ເພາະ ຕໍ່ບັນ​ດາ​ເຂດ​ຊຸມ​ຊົນ ແລະ ຈັດ​ສັນ​ຢູ່​ບັນ​ດາ​ບ່ອນ​​ ທີ່​ມີ​ພື້ນ​ໂຄງ​ປະ​ກອບ​​ພື້ນ​ຖານໂຄງ​ລ່າງສະ​ດວກ, ຕິດ​ພັນ ​ກັບ​ເຂດວັດ​ຖຸ​​ດິບ ແລະ ແຫຼ່ງ​ແຮງ​ງານ, ມ​ີ​ເງື່ອນ​ໄຂ​ແກ້​ໄຂ ແລະ ຮັກ​ສາ​ສິ່ງ​ແວດ​ລ້ອມ, ຮັບ​ປະ​ກັນ​ໃຫ້​ແກ່​ອຸດ​ສາ​ຫະ​ກຳ​ພັດ​ທະ​ນາ​ ຢ່າງມີ​ປະ​ສິດ​ທິ​ຜົນ ແລະ ​ຍືນ​ຍົງ.

 

 

ຂ່າວ/ບົດ​ອື່ນ