ແຂວງອານຢາງຕ້ອນຮັບແຂກທ່ອງທ່ຽວເກືອບ600.000ຄົນໃນໂອກາດບຸນເຕັດ


ແຂວງອານຢາງຕ້ອນຮັບແຂກທ່ອງທ່ຽວເກືອບ600.000ຄົນໃນໂອກາດບຸນເຕັດ - ảnh 1
ປ່າຄາມ ຈ່າ​ຊື (ພາບປະກອບ)

(vovworld) –  ຕາມ​ພະ​ແນ​ກວັດທະນະທຳ, ກິ​ລາ ​ແລະ ທອງ​ທ່ຽວ​ແຂວງ ອານ​ຢາງ, ​ໃນ​ໂອກາດ​ບຸນ​ປີ​ໃໝ່​ປະຈຳ​ຊາດ​ປີວ​ອກ 2016, ​ແຂວງ ອານ​ຢາງ ​ໄດ້​ດຶງ​ດູດ​ແຂ​ກທ່ອງ​ທ່ຽວ​ເກືອບ 600.000 ​ເທື່ອ​ຄົນ​​ຢ້ຽມຢາມບັນດາ​​ສະຖານ​ທີ່​ທ່ອງ​ທ່ຽວ, ​ເພີ່ມ​ຂຶ້ນ 87% ​ເມື່ອ​ທຽບ​ໃສ່ບຸນປີ​​ໃໝ່​ປີ​ມະ​ແມ 2015. ບັນດາ​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ດຶງ​ດູດ​ແຂກ​ມາ​ຊົມ​ຫຼາຍ​ທີ່​ສຸດ​ນັ້ນ​ແມ່ນ: ​ເຂດ​​ທັດສະນີ​ຍະ​ພາບ​ປ່າຄາມ ຈ່າ​ຊື, ​ເຂດ​ອະນຸສອນ​ສະຖານ ໂຕນ​ດຶກ​ຖັງ, ​​ເຂດທ່ອງ​ທ່ຽວ ພູ​ຊາມ… ລາ​ຍຮັບ​ຈາກ​ບໍລິການ​ທ່ອງ​ທ່ຽວ​ບັນລຸ​ກ່ວາ 20 ຕື້ດົ່ງ, ສູງ​ສຸດ​ແຕ່​ກ່ອນ​ມາ​ນີ້​ຢູ່​ແຂວງ ອານ​ຢາງ.


ຂ່າວ/ບົດ​ອື່ນ