ແນວຄິດ ແລະ ຈິດໃຈປະຕິວັດອັນສູງສົ່ງຂອງປະທານ ໂຮ່ຈີມິນ ແມ່ນທວນໄຟເຍືອງເສັ້ນທາງປະຕິວັດ ລາວ

(VOVWORLD) - ເມື່ອຕອບສຳພາດຕໍ່ນັກຂ່າວເນື່ອງໃນໂອກາດສະເຫຼີມສະຫຼອງ 55 ປີແຫ່ງວັນ 2 ປະເທດ ຫວຽດນາມ - ລາວ ສ້າງຕັ້ງການພົວພັນທາງການທູດ (05/09/1962 – 05/09/2017), 
 
ແນວຄິດ ແລະ ຈິດໃຈປະຕິວັດອັນສູງສົ່ງຂອງປະທານ ໂຮ່ຈີມິນ ແມ່ນທວນໄຟເຍືອງເສັ້ນທາງປະຕິວັດ ລາວ - ảnh 1 ທ່ານ ກິແກ້ວ ໄຂຄຳພິທູນ (ພາບອິນເຕີແນັດ)

ທ່ານເລຂາສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດ ລາວ ກິແກ້ວ ໄຂຄຳພິທູນ ຢືນຢັນວ່າ ປະທານ ໂຮ່ຈີມິນ ແມ່ນເພືຶ່ອນສະໜິດຕິດພັນກັບປະຊາຊົນ ລາວ, ຜູ້ມີບົດບາດຍິ່ງໃຫຍ່ ແລະ ໄດ້ມີບັນດາການອຸທິດສ່ວນອັນໃຫຍ່ຫລວງໃຫ້ການປະຕິວັດ ລາວ. ຕົ້ນສະຕະວັດທີ 20, ໂດຍຜ່ານການຈັດຕັ້ງ “ສະມາຄົມຊາວໜຸ່ມປະຕິວັດ ຫວຽດນາມ”, ປະທານ ໂຮ່ຈີມິນ ໄດ້ນຳລັດທິ ມາກ - ເລນິນ ເຂົ້າມາ ລາວ. ດ້ວຍການແນະນຳຂອງ ປະທານ ໂຮ່ຈີມິນ, ນັບແຕ່ອົງການຈັດຕັ້ງມະຫາຊົນປະຕິວັດປີ 1928 ຈົນເຖິງປີ 1930 ຢູ່ ລາວ ໄດ້ສ້າງຕັ້ງ 6 ຫົວໜ່ວຍພັກກອມມູນິດຢູ່ ວຽງຈັນ, ປາກເຊ, ທ່າແຂກ, ສະຫວັນນະເຂດ, ໂພນຕິ້ວ, ບໍແໜ່ງ

        ທ່ານ ກິແກ້ວ ໄຂຄຳພິທູນ ໃຫ້ຂໍ້ສັງເກດວ່າ ປະທານ ໂຮ່ຈີມິນ ມີບົດບາດສຳຄັນທີ່ສຸດສຳລັບການປະຕິວັດ ລາວ, ແນວຄິດ ແລະ ຈິດໃຈການປະຕິວັດອັນສູງສົ່ງຂອງປະທານ ໂຮ່ຈີມິນ ແມ່ນທວນໄຟເຍືອງທາງ, ແມ່ນກົກເຄົ້າແຫ່ງການເຕົ້າໂຮມກຳລັງແຮງສາມັກຄີຕໍ່ສູ້ຂອງປະຊາຊົນ ລາວ, ຊ່ວຍໃຫ້ການປະຕິວັດ ລາວ ມີບັນດາບາດກ້າວພັດທະນາແບບຍືນຍົງ, ນັບມື້ນັບໃຫຍ່ຫລວງ ແລະ ຍາດເອົາໄຊຊະນະສຸດທ້າຍໃນປີ 1975, ສະຖາປະນາປະເທດ ສປປ ລາວ. ທ່ານ ກິແກ້ວ ໄຂຄຳພິທູນ ເນັ້ນໜັກວ່າ: ລາວ ຈະສືບຕໍ່ປະຕິບັດ ແລະ ນຳໃຊ້ຄຳສັ່ງສອນຂອງປະທານ ໂຮ່ຈີມິນ ເຂົ້າໃນພາລະກິດສ້າງສາ ແລະ ພັດທະນາປະເທດປະຈຸບັນ, ພິເສດແມ່ນໃນເລື່ອງຮັກສາ ແລະ ເສີມຂະຫຍາຍການພົວພັນສາມັກຄີແບບພິເສດ ລາວ - ຫວຽດນາມ, ການພົວພັນຫາຍາກໃນໂລກ, ເຮັດແນວໃດ ເພື່ອໃຫ້ການພົວພັນນີ້ ໝັ້ນຄົງຂະໜົງແກ່ນຈົນຊົ່ວກາລະນານ.

ຕອບກັບ

ຂ່າວ/ບົດ​ອື່ນ