ແນວໂຮມປະເທດຊາດຫວຽດນາມຜັນຂະຫຍາຍໂຄງການເຂົ້າຮ່ວມການກໍ່ສ້າງຊົນນະບົດໃຫມ່

ແນວໂຮມປະເທດຊາດຫວຽດນາມຜັນຂະຫຍາຍໂຄງການເຂົ້າຮ່ວມການກໍ່ສ້າງຊົນນະບົດໃຫມ່ - ảnh 1
ພາບປະກອບ:internet

(vovworld) - ທີ່​ການ​ປະຊຸມ​ຜັນ​ຂະຫຍາຍ​ວຽກ​ງານ​ຊື່​ງຖືກ​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 14/2 ຢູ່ ຮ່າ​ໂນ້ຍ,  ບັນດາ​ຜູ້​ແທນ​ຖື​ວ່າ ປີ 2014, ຄະນະ​ກຳມະກາ​ນສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຄວນ​ສຸມ​ໃສ່​ຍູ້​ແຮງ​ການ​ແລກປ່ຽນ​ບົດຮຽນ, ຈັດ​ຕັ້ງ​ການ​ຜັນ​ຂະຫຍາຍ​ລະຫວ່າງ​ບັນດາ​ແຂວງ,​ ນະຄອນ ກັບ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ເພື່ອ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ໃນ​ໂຄງການ​ແຫ່ງ​ຊາດ​ກ່ຽວ​ກັບ​ການກໍ່ສ້າງ​ຊົນນະບົດ​ໃຫມ່. ຄຽງ​ຄູ່​ກັນ​ນັ້ນ,  ​ແນວ​ໂຮມ​ປະ​ເທດ​ຊາດ ຄວນ​ຂົນຂວາຍ​ປະຊາຊົນ​ເພີ່ມ​ທະວີ​ວຽກ​ງານ​ຕິດຕາມ​ກວດກາ​ຈັດ​ຕັ້ງ, ປະຕິບັດ​ການ​ກໍ່​ສ້າງຊົນນະບົດ​ໃຫມ່, ຫັນ​ເປົ້າ​ໝາຍ​ໂຄສະນາ​ການ​ກໍ່ສ້າງ​ຊົນນະບົດ​ໃຫມ່​ຜ່ານ​ຍົດ​ຖາ​ບັນດາ​ສັກ, ​ເຈົ້າ​ກົກ​ເຈົ້າ​ເຫົ່ຼາ, ຜູ້​ມີ​ອິດ​ທິພົນ​ໃນ​ວົງ​ຕະກຸນ, ວົງ​ຄະນາ​ຍາດ​ຊຸມ​ຊົນ ​ເພື່ອ​ຂົນຂວາຍ​ປະຊາຊົນ​ເຂົ້າ​ຮ່ວມ​ເຂດ​ຊຸມ​ຊົນ​ປອດ​​ໃສ ​ແລະ ຮັບປະກັນ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ.

ຂ່າວ/ບົດ​ອື່ນ