ແບ່ງປັນບົດຮຽນຂອງສາກົນ ກ່ຽວກັບການຈັດຕັ້ງ, ເຄື່ອນໄຫວຂອງສະພາ ແຫ່ງຊາດ


ແບ່ງປັນບົດຮຽນຂອງສາກົນ ກ່ຽວກັບການຈັດຕັ້ງ, ເຄື່ອນໄຫວຂອງສະພາ ແຫ່ງຊາດ - ảnh 1
(
ພາບປະກອບ: na.gov.vn)

 (vovworld)- ກອງ​ປະຊຸມ​ສຳ​ມະ​ນາດ້ວຍ​ຫົວ​ຂໍ້ “ການຈັດຕັ້ງ ​ແລະ ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ-​ບົດຮຽນ​ຂອງ​ຫວຽດນາມ ​ແລະ ສາກົນ“ ຖືກຈັດ​ຂຶ້ນ​ໃນ​ວັນ​ທີ 24/4 ຢູ່​ນະຄອນ​ໂຮ່ຈິ​ມິນ ​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງ​ບັນດາ​ຜູ້​ຊ່ຽວຊານ, ຜູ້ຕາງໜ້າ​ຂອງ​ສະພາ​ແຫ່ງ​ຊາດ, ລັດຖະສະພາ​ບັນດາ​ປະ​ເທດ​ຫວຽດນາມ, ລາວ, ກຳປູ​ເຈຍ, ມຽນມາ, ກາ​ນາ​ດາ, ຝະລັ່ງ ​ແລະ ​ເຢຍລະ​ມັນ.

  ນີ້​ແມ່ນ​ເວທີ​ປາ​ໄສ​ເພື່ອ​ໃຫ້​ບັນດາ ສສຊ, ບັນດາ​ນັກ​ວາງ​ນະ​ໂຍບາຍ, ຜູ້​ຊ່ຽວຊານ​ຫວຽດນາມ ​ແລະ ສາກົນ​ແລກປ່ຽນ, ປຶກສາ​ຫາລື​ກ່ຽວ​ກັບ​ວິທີ​ການຈັດຕັ້ງ, ​ເຄື່ອນ​ໄຫວ​ຂອງ​ບັນດາ​ຮູບ​ແບບ​ສະພາ​ແຫ່ງ​ຊາດ, ລັດຖະສະພາ​ໃນ​ໂລກ. ຜ່ານ​ນັ້ນ, ບັນດາ​ຜູ້​ແທນ​​ຫວຽດນາມ ຍົກ​ອອກ​ບັນດາ​ຂໍ້​ສະ​ເໜີ​ເພື່ອ​ແນ​ໃສ່​ສ້າງ​ຂໍ້​ກຳນົດ​ໃນ​ຮ່າງ​ກົດໝາຍ ວ່າ​ດ້ວຍ​ການຈັດຕັ້ງສະພາ​ແຫ່ງ​ຊາດ (ສະບັບ​ປັບປຸງ) ​ເປັນສົມ​ບູນ​ແບບ​ເພື່ອ​ຍື່ນ​ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ​ໃຫ້​ຄຳ​ເຫັນ​ໃນ​ສະ​ໄໝ​ປະຊຸມ​ຄັ້ງທີ 7 ທີ່​ຈະ​ມາ​ເຖິງ​ນີ້. ກອງ​ປະຊຸມ​ສຳ​ມະ​ນາ​​ໄດ້​ອັດ​ລົງ​ໃນ​ວັນ​ທີ 25/4./.

ຂ່າວ/ບົດ​ອື່ນ