ແບ່ງປັນບົດຮຽນຮັບມືກັບໄພພິບັດຢ່າງຮີບດ່ວນໃນພາກພື້ນອາຊຽນ

ແບ່ງປັນບົດຮຽນຮັບມືກັບໄພພິບັດຢ່າງຮີບດ່ວນໃນພາກພື້ນອາຊຽນ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍ ພ້ອມ​ກັບ​ບັນດາ​ຜູ້​ແທນ
ຫວຽດນາມລົງກວດກາສະຖານທີ່ຝືກຊ້ອມ

(vovworld)- ວັນ​ທີ 24/10, ຢູ່ ຮ່າ​ໂນ້ຍ,​ຄະນະ​ກຳມະການ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ຊອກ​ຫາ​ກູ້​ໄພ​ກູ້​ຊີບ ຫວຽດນາມ ສົມທົບ​ກັບກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ, ສູນ​ປະສານ​ງານ​ການ​ຫນູນ​ຊ່ວຍ​ມະນຸດສະທຳ​ອາ​ຊຽນ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸ​ມສະຫລຸບ, ຕີ​ລາຄາ​ໝາກຜົນ​ຂອງ​ສັບປະດາ ​ຝືກຊ້ອມ​ຮັບ​ມື​ກັບ​ໄພ​ພິບັດພາກ​ພື້ນ​ອາ​ຊຽນປີ 2013 (ARDEX 13). ທີ່​ກອງ​ປະຊຸມ, ບັນດາ​ສະມາຊິກ​ໃນ​ກຸ່ມ​ອາ​ຊຽນ ​ໄດ້​ເຂົ້າ​ຮ່ວມ​ສັບປະດາ​ຝືກຊ້ອມ ​ແລະ ບັນດາ​ນັກ​ສັງ​ເກດ​ການ​ສາກົນ ລ້ວນ​ແຕ່​ຕີ​ລາຄາ​ສູງ​ໝາກຜົນ​ການ​ເຄື່ອນ​ໄຫວ​ຂອງ​ສັບປະດາ​ຝືກຊ້ອມ. ຜູ້ຕາງຫນ້າບັນດາ​ປະ​ເທດ​ອາ​ຊຽນ ກ​ໍ​ໄດ້​ຍ້ອງຍໍ, ສັນລະ​ເສີນ​ບັນດາ​ກຳລັງ​ເຂົ້າ​ຮ່ວມ​ການ​ຝືກຊ້ອມ​ໄດ້​ຕັ້ງຫນ້າ, ​ເປັນ​ເຈົ້າ​ການ, ສົມທົບ​ກັນຢ່າງ​ແຫນ້ນ​ແຟ້ນ, ​ແກ້​ໄຂຄວາມ​ຫຍຸ້ງຍາກ​ໃນ​ບັນດາ​ກໍລະນີ​ທົດ​ລອງ​ເພື່ອ​ປະຕິບັດ​ເນື້ອ​ໃນ​ຝືກຊ້ອມ​ເປັນ​ຢ່າງ​ດີ.
ກ່ອນຫນ້ານັ້ນ, ຕອນ​ເຊົ້າ​ວັນ​ທີ 23/10, ຢູ່​ຕາ​ແສງ ຖູ້ຍອານ ​ເມືອງ ບາ​ຫວີ່ ນະຄອນ ຮ​່າ​ໂນ້ຍ ​ໄດ​້ດຳ​ເນີນ​ການ​ຝືກຊ້ອມ​ກຳລັງ​ຮັບ​ມື​ກັບ​ໄພ​ທຳ​ມະ​ຊາດພາກ​ພື້ນ​ອາ​ຊຽນປີ 2013. ​ໃນ​ວິວັດ​ການ​ຝືກຊ້ອມ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍ ພ້ອມ​ກັບ​ບັນດາ​ຜູ້​ແທນ ​ໄດ້​ຊີ້​ນຳ ​ແລະ ​ໄປ​ກວດກາ​ຕົວ​ຈິງ​ສະຖານ​ທີ່​ຝືກຊ້ອມ ພ້ອມ​ທັງ​ຕີ​ລາຄາ​ສູງ​ຄວາມ​ມານະ​ພະຍາຍາມ​ຂອງ​ກຳລັງ​ກູ້​ໄພ​ກູ້​ຊີບ​ຫວຽດນາມ ​ແລະ ການ​ຫນູນ​ຊ່ວຍ​ຢ່າງ​ທັນ​ການ​ຂອງ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ. ກ່າວ​ຄຳ​ເຫັນ​ອັດ​ການຝືກຊ້ອມ, ທ່ານ​ ກາວດືກຟາດ, ລັດຖະມົນຕີ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ, ຫົວຫນ້າ​ຄະນະ​ຊີ້​ນຳ​ການ​ປ້ອງ​ກັນ ​ແລະ ຕ້ານ​ພາ​ຍຸ​ນ້ຳ​ຖ້ວມ​ສູນ​ກາງ​ຊີ້​ແຈ້ງວ່າ: ບັນດາ​ກຳລັງ​ຂອງ​ຫວຽດນາມ ​ແລະ ບັນດາ​ປະ​ເທດ​ອາ​ຊຽນ ​ໄດ້​ສົມທົບ​ກັນ​ປະຕິບັດ​ການ​ຝືກຊ້ອມ​ທີ່​ຖືກ​ກັບ​ແຜນການ​ວາ​ງອອກ. ບັນດາ​ຝ່າຍ​ໄດ້​ຮຳ່ຮຽນ​ເອົາ​ບົດຮຽນ​ເຊິ່ງກັນ ​ແລະ​ກັນ ​ເພື່ອ​​ແກ້​ໄຂ​ບັນດາ​ກໍລະນີ​ລະອຽດ. ນີ້​ແມ່ນ​ພື້ນຖານ​ເພື່ອ​ສາມາດ​ສຳ​ເລັດ​ກົນ​ໄກ, ​ເພ່ີມ​ທະວີ​ການ​ປະ​ສານ​ສົມທົບກັນ​ໃນ​ອະນາຄົດ, ພິ​ເສດ​ສາມາດ​ພ້ອມ​ກັນ​ຮັບ​ມື​ກັບ​ໄພພິບັດ​ທີ່​ອາດ​ຈະ​ເກີດ​ຂຶ້ນ​ໃນ​ພາກ​ພື້ນ.

ຂ່າວ/ບົດ​ອື່ນ