ແບ່ງປັນຜົນປະໂຫຍດປະຊາຄົມ-ບັນຫາສຳຄັນໃນການອະນຸລັກຮັກສາມໍລະດົກ

ແບ່ງປັນຜົນປະໂຫຍດປະຊາຄົມ-ບັນຫາສຳຄັນໃນການອະນຸລັກຮັກສາມໍລະດົກ - ảnh 1
(ພາບປະກອບ)

(vovworld) –​ ​ໃນ​ຕອນ​ເຊົ້າ​ວັນ​ທີ 26/11 ຢູ່​ຮ່າ​ໂນ້ຍ, ສະພາ​ມະຫາບັນດິດ​ວິທະຍາສາດ​ສັງຄົມ ຫວຽດນາມ ​ແລະ ຫ້ອງການ​ຄະນະ​ກຳມະການ​ວັດທະນະທຳ, ວິທະຍາສາດ, ການ​ສຶກສາ ສະຫະ​ປະຊາ​ຊາດ (UNESCO) ປະຈຳ ​ຮ່າ​ໂນ້ຍ ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາສາ​ກົນ “ການ​ເຂົ້າ​ຮ່ວມ​ຂອງ​ປະຊາ​ຄົມ ​ແລະ ວິທີ​ສຳ​ພັດ​ສິດຢູ່​ບັນດາ​ເຂດ​ມໍລະດົກ​​ໂລກ”. ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ບັນດາ​ຜູ້​ແທນ​ຢືນຢັນ​ວ່າ: ບັນດາ​ບັນຫາ​ອະນຸລັກ​ຮັກສາ​ມໍລະດົກ​ມີ ​ການ​ພົວພັນ​ກັບ​ສິດ​ທິມະນຸດ…​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຄວນ​ມີ​ນະ​ໂຍບາຍ​ເໝາະ​ສົມ​ຂອງ​ລັດ ​ເພື່ອ​ແນ​ໃສ່​ຮັບປະກັນ​ໃຫ້​ປະຊາ​ຄົມ​ສາມາດ​ຢູ່​ນຳ​ກັບ​ມໍລະດົກ ​ແລະ ​ເຂົ້າ​ຮ່ວມ​ການ​ອະນຸລັກ​ຮັກສາ​ມໍລະດົກ​ໂດຍ​ກົງ. ຮອງ​ສາດ​ສະ​ດາ​ຈານ ດຣ ດັ້ງ​ວັນ​ບ່າຍ ກຳມະການ​ສະພາ​ມໍລະດົກ​ແຫ່ງ​ຊາດ ຖື​ວ່າ:

        “ບັນດາ​ການ​ເຄື່ອນ​ໄຫວ​ອະນຸລັກ​ຮັກສາ​ຂອງ​ພວກ​ເຮົາ ຕ້ອງ​ສ້າງ​ໄດ້​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຈາກ​ປະຊາ​ຄົມ. ​ແຕ່​ວ່າ ຂ້າພະ​ເຈົ້າ​ເນັ້ນ​ໜັກ​ເປັນ​ພິ​ເສດ​​ເຖິງ ປະຊາ​ຄົມ​ບັນດາ​ຜູ້​ທີ່​ດຳລົງ​ຊີວິດ​ຍາວ​ນານ, ດຳລົງ​ຊີວິດຮ່ວມ​ກັບ​ມໍລະດົກ​ມາ​ເປັນ​ເວລາ​ນັບ​ພັນ​ປີ. ​ເຂົາ​ເຈົ້າ​ຕ້ອງ​ມີ​ບົດບາດ​ສຳຄັນພິ​ເສດ​ກ່ວາ. ​ການ​ດຳລົງ​ຊີວິດ​ປະຈຳ​ວັນ​ເອງ​ໄດ້​ເຮັດ​ໃຫ້ ວັດທະນະທຳ, ປັນຍາ​ວັດທະນະທຳ​ທ້ອງ​ຖິ່ນ​ຂອງ​ພວກ​ເຂົາ​ກາຍ​ເປັນພາກ​ສ່ວນ​ໜຶ່ງ​ຂອງ​ຄຸນ​ຄ່າ​ມໍລະດົກ”.

 

ຂ່າວ/ບົດ​ອື່ນ