ແບນ​ຊິກ ແລະ EU ພ້ອມ​ແລ້ວ​ທີ່​ຈ​ະ​ເພີ່ມ​ທະ​ວີການ​ພົວ​ພັນ​ກັ​ບ ຫວຽດ​ນາມ ​ກ່​ວາ​ອີກ

(VOVWORLD) -ວັນທີ 8 ກັນຍາ, ທີ່ພະລາຊະວັງ ຢູ່ນະຄອນຫຼວງ Brussels, ທ່ານເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສສ.ຫວຽດນາມ ປະຈຳ ແບນຊິກ, ຫງວຽນວັນຖາວ ໄດ້ຍືນສານຕາຕັ້ງ ຂອງທ່ານປະທານປະເທດ ຫງວຽນຊວັນຟຸກ ຂຶ້ນເຖິງ ເຈົ້າຊີວິດແບນຊິກ Philippe.

ແບນ​ຊິກ ແລະ EU ພ້ອມ​ແລ້ວ​ທີ່​ຈ​ະ​ເພີ່ມ​ທະ​ວີການ​ພົວ​ພັນ​ກັ​ບ ຫວຽດ​ນາມ ​ກ່​ວາ​ອີກ - ảnh 1ທ່ານເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສສ.ຫວຽດນາມ ປະຈຳ ແບນຊິກ ຫງວຽນວັນຖາວ ແລະ ທ່ານປະທານສະພາເອີລົບ Charles Michel (ພາບ: European Union/TTXVN)

ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດ ຫງວຽນວັນຖາວ ພາຍຫຼັງພິທີຍືນສານຕາຕັ້ງ, ເຈົ້າຊີວິດ Philippe ໄດ້ສະແດງຄວາມປິຕິຊົມຊືນ ກ່ຽວກັບບັນດາການພັດທະນາຢ່າງຕັ້ງໜ້າ ໃນການພົວພັນລະຫວ່າງ ແບນຊິກ ແລະ ຫວຽດນາມ, ພ້ອມທັງຢັ້ງຢຶນຄວາມຕ້ອງການເປີດກວ້າງກ່ວາອີກ ການຮ່ວມມື ຜ່ານບັນດາຂົງເຂດຄູ່ຮ່ວມມືຍຸດທະສາດ ກ່ຽວກັບກະສິກຳ ເຊິ່ງໄດ້ຮັບການລົງນານໃນປີ 2018 ແລະ ສັນຍາການຄ້າເສລີ ລະຫວ່າງ EU ແລະ ຫວຽດນາມ (EVFTA) ທີ່ມີຜົນສັກສິດແຕ່ເດືອນສິງຫາ ປີ 2020. ກ່ຽວກັບການພົວພັນຫຼາຍຝ່າຍ,  ເຈົ້າຊີວິດກໍ່ໄດ້ຕີລາຄາສູງການສົມທົບລະຫວ່າງສອງປະເທດ ຢູ່ບັນດາເວທີປາໄສຫຼາຍຝ່າຍ ແລະ ພາກພື້ນຄື ສປຊ, ເວທີປາໄສຮ່ວມມື ອາຊີ - ເອີລົບ (ASEM) ແລະ ປະຊາຄົມໃຊ້ພາສາຝລັ່ງ Francophonie, ພ້ອມທັງແບ່ງປັນຄວາມສຳຄັນໃນການເພີ່ມທະວີການຮ່ວມມືໃນການຮັກສາຄວາມໝັ້ນຄົງ, ຄວາມປອດໄພ ແລະ ຄວາມເສລີໃນການເດີນເຮືອຢູ່ພາກພື້ນ, ໃນນັ້ນມີທະເລຕາເວັນອອກ.

ສ່ວນທ່ານເອກອັກຄະລັດຖະທູດ ຫງວຽນວັນຖາວ ຢັ້ງຢືນວ່າ ຈະມານະພະຍາຍາມຊຸກຍູ້ ແລະ ເຮັດໃຫ້ການພົວພັນລະຫວ່າງສອງປະເທດເລິກເຊິ່ງກ່ວາອີກໃນທຸກຂົງເຂດ.

ແລະ ກໍ່ໃນວັນດຽກັນ, ຢູ່ສຳນັກງານສະພາເອີລົບ, ທ່ານ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ເອີລົບ ຫງວຽນວັນຖາວ ໄດ້ຍືນສານຕາຕັ້ງຂຶ້ນເຖິງ ທ່ານປະທານສະພາເອີລົບ Charles Michel.

ຕອບກັບ

ຂ່າວ/ບົດ​ອື່ນ