ແລກປ່ຽນບົດຮຽນກ່ຽວກັບວຽກງານສາສະໜາ ຫວຽດນາມ -ລາວ

(VOVWORLD) - ຕາມຂໍ້ຕົກລົງການຮ່ວມມືກ່ຽວກັບວຽກງານສາສະໜາລະຫວ່າງລັດຖະບານ 2 ປະເທດ ຫວຽດນາມ  -ລາວ, ວັນທີ 11 ຕຸລາ, ຢູ່ນະຄອນ ເຫ້ວ, ຄະນະສາສະໜາ ລັດຖະບານ ຫວຽດນາມ ແລະ ແນວລາວສ້າງຊາດ ໄດ້ສົມທົບກັນຈັດຕັ້ງກອງປະຊຸມແລກປ່ຽນບົດຮຽນກ່ຽວກັບວຽກງານສາສະໜາຄັ້ງທີ 7. 
ແລກປ່ຽນບົດຮຽນກ່ຽວກັບວຽກງານສາສະໜາ ຫວຽດນາມ -ລາວ - ảnh 1ກອງປະຊຸມວຽກງານສາສະໜາລະຫວ່າງລັດຖະບານ 2 ປະເທດ ຫວຽດນາມ  -ລາວ

ກອງປະຊຸມໄດ້ສຸມໃສ່ແລກປ່ຽນບາງເນື້ອໃນຕົ້ນຕໍຄື: ສະພາບການສາສະໜາໃນທ່າອ່ຽງໂລກາພິວັດປະຈຸບັນໃນທົ່ວໂລກ ແລະ ຢູ່ ຫວຽດນາມ; ທັດສະນະ, ແຜນນະໂຍບາຍ, ນະໂຍບາຍຂອງພັກ ແລະ ລັດ ສສ ຫວຽດນາມ ສຳລັບສາສະໜາ; ບາງສາສະໜາມີຢູ່ທັງ 2 ປະເທດ ແລະ ພ້ອມກັນແລກປ່ຽນບັນດາບົດຮຽນໃນວຽກງານຄຸ້ມຄອງລັດສຳລັບການເຄື່ອນໄຫວສາສະໜາຂອງ ຫວຽດນາມ ແລະ ລາວ. ກອງປະຊຸມແມ່ນໂອກາດເພື່ອໃຫ້ບັນດາພະນັກງານເຮັດວຽກສາສະໜາຂອງ 2 ປະເທດພ້ອມກັນແບ່ງປັນວິບົດຮຽນ ແລະ ປະສົບການຕົວຈິງໃນວຽກງານສາສະໜາຂອງແຕ່ລະປະເທດ; ຜ່ານນັ້ນຍົກສູງກຳລັງຄວາມສາມາດໃນການຄຸ້ມຄອງ ແລະ ເພີ່ມທະວີປະສິດທິຜົນໃນຂົງເຂດນີ້, ປະກອບສ່ວນສຳຄັນເຂົ້າໃນການຮັກສາສະຖຽນລະພາບທາງສັງຄົມ, ການສ້າງສາ ແລະ ພັດທະນາຂອງ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ