ແອດສະປາຍ: ເຂດ Catalonia ເສຍຫາຍນັບຕື້ ເອີໂຣ ຍ້ອນວິກິດການທວງເອົາເອກະລາດ

(VOVWORLD) - ການຫລຸດລະດັບເຕີບໂຕຂອງເຂດ Catalonia, ສະຖານທີ່ເຊິ່ງໄດ້ປະກອບເຖິງ 1/5 ລອບຄອບຜະລິດຕະພັນພາຍໃນປະເທດ (GDP) ຂອງແອດສະປາຍ


ວັນທີ 1 ມັງກອນ, ທ່ານ Luis de Guindos, ລັດຖະມົນຕີກະຊວງເສດຖະກິດ ແອດສະປາຍ ໃຫ້ຮູ້ວ່າ: ວິກິດການທວງເອົາເອກະລາດຢູ່ເຂດ Catalonia ໄດ້ເຮັດໃຫ້ ປະເທດ ແອດສະປາຍ ເສຍຫາຍ “ນັບຕື້ ເອີໂຣ” ແລະ ວິກິດການນີ້ຍັງສືບຕໍ່ສົ່ງຜົນສະທ້ອນເຖິງການເຕີບໂຕເສດຖະກິດຂອງເຂດຮັ່ງມີແຫ່ງນີ້. ກ່າວຄຳເຫັນທາງວິທະຍຸກະຈາຍສຽງ ແອດສະປາຍ, ທ່ານ Luis de Guindos ໃຫ້ຮູ້ວ່າ: ການຫລຸດລະດັບເຕີບໂຕຂອງເຂດ Catalonia, ສະຖານທີ່ເຊິ່ງໄດ້ປະກອບເຖິງ 1/5 ລອບຄອບຜະລິດຕະພັນພາຍໃນປະເທດ (GDP) ຂອງແອດສະປາຍ, ໄດ້ສົ່ງຜົນສະທ້ອນເຖິງພື້ນຖານເສດຖະກິດໃຫຍ່ທີ່ 4 ຂອງພາກພື້ນນຳໃຊ້ສະກຸນເງິນ ເອີລົບ (Eurozone) ນີ້. ທ່ານ ເນັ້ນໜັກວ່າ: ໃນໄຕມາດ 4 ຜ່ານມາ, ເຂດ Catalonia ໄດ້ກາຍເປັນ “ການແບກຫາບໜັກໜ່ວງດ້ານເສດຖະກິດ” ເມື່ອວິກິດການທວງເອົາເອກະລາດຢ່າງຜິດກົດໝາຍໄດ້ເຮັດໃຫ້ພາກພື້ນນີ້ຖືກເສຍຫາຍປະມານ 1 ຕື້ ເອີໂຣ (1,2 ຕື້ USD).


ຕອບກັບ

ຂ່າວ/ບົດ​ອື່ນ