ແຮກເກີບຸກໂຈມຕີເວັບໄຊຂອງ Malaysia Airlines

ແຮກເກີບຸກໂຈມຕີເວັບໄຊຂອງ Malaysia Airlines - ảnh 1
ແຮກ​ເກີ​ບຸກ​ໂຈມ​ຕີ​ເວັບ​ໄຊ​ຂອງ Malaysia Airlines
(ພາບ: AP)


(vovworld) – ວັນ​ທີ 26/01, ​ເວັບ​ໄຊ​ຂອງ​ບໍລິສັດ​ການບິນ Malaysia Airlines ຖືກ​ກຸ່ມ​ແຮກ​ເກີ​ອ້າງ​ຊື່ວ່າ “Lizard Squad”, ມີ​ສ່ວນ​ກ່ຽວຂ້ອງ​ເຖິງ​ກຸ່ມກະບົດລັດ​ອິດ​ສະ​ລາມ IS, ບຸກ​ໂຈມ​ຕີ​ເຮັດ​ໃຫ້ເວັບ​ໄຊ​ຖືກຕັດ​ຕອນ. ​​ເມື່ອ​ຜູ້ອານເຂົ້າ​ເວັບ​ໄຊ​ຂອງ Malaysia Airlines ຈະ​ຖືກ​ພາ​ໄປ​ສູ່ເວັບ​ໄຊ​ອື່ນ ທີ່​ມີ​ແຖວ​ຕົວໜັງສື “ຖືກ​ບຸກ​ໂຈມ​ຕີ​ຈາກ Lizard Squad - ລັດ​​ເຄືອ​ຂ່າຍ​ອິດສະ​ລາມ”. ມາ​ຮອດປະຈຸ​ບັນ, ​ເວັບ​ໄຊ​ຂອງ Malaysia Airlines ​ໄດ້​ເຄື່ອນ​ໄຫວ​ເປັນ​ປົກກະຕິ.

ຂ່າວ/ບົດ​ອື່ນ