ໂຄງການການເມືອງປີ 2011 ມີການພັດທະນານັບທັງທາງດ້ານທິດສະດີແລະພຶດຕິກຳຕົວຈິງ

(VOVWORLD) -ໃນໄລຍະ 10 ປີແຫ່ງການປະຕິບັດໂຄງການການເມືອງ (ປັບປຸງ, ພັດທະນາປີ 2011) ໄດ້ມີການພັດທະນານັບທັງທາງດ້ານທິດສະດີ ແລະ ພຶດຕິກຳຕົວຈິງ.
ໂຄງການການເມືອງປີ 2011 ມີການພັດທະນານັບທັງທາງດ້ານທິດສະດີແລະພຶດຕິກຳຕົວຈິງ - ảnh 1ທ່ານຮອງສາດສະດາຈານ-ປະລິນຍາເອກ ຫງວຽນວ໊ຽດທົງ
(ພາບ: laodong.vn)

ບັນດາຜົນງານຂອງຫວຽດນາມ ບັນລຸໄດ້ພາຍຫຼັງ 30 ປີແຫ່ງການປະຕິບັດໂຄງການການເມືອງສ້າງສາປະເທດຊາດໃນໄລຍະກ້າວຂຶ້ນສັງຄົມນິຍົມປີ 1991, ພິເສດແມ່ນໃນໄລຍະ 10 ປີແຫ່ງການປະຕິບັດໂຄງການການເມືອງ (ປັບປຸງ, ພັດທະນາປີ 2011) ໄດ້ເປັນການສືບຕໍ່ຢືນຢັນແນວທາງແຫ່ງການປ່ຽນແປງໃໝ່ຂອງພັກກອມມູນິດຫວຽດນາມ ແມ່ນຖືກຕ້ອງ, ປະດິດຄິດສ້າງ.

        ທ່ານຮອງສາດສະດາຈານ-ປະລິນຍາເອກ ຫງວຽນວ໊ຽດທົງ, ເລຂານຸການໃຫຍ່ສະພາທິດສະດີສູນກາງ, ຢືນຢັນວ່າ ໃນໄລຍະ 10 ປີແຫ່ງການປະຕິບັດໂຄງການການເມືອງ (ປັບປຸງ, ພັດທະນາປີ 2011) ໄດ້ມີການພັດທະນານັບທັງທາງດ້ານທິດສະດີ ແລະ ພຶດຕິກຳຕົວຈິງ. ກ່ຽວກັບດ້ານທິດສະດີ, ໃນໄລຍະ 10 ປີຜ່ານມາ, ຫວຽດນາມ ເສີມຕໍ່ພັດທະນາ, ຫັນເປັນຕົວຈິງບັນດາເນື້ອໃນຕົ້ນຕໍ່ຄື: ຫັນບັນດາລັກສະນະພິເສດຂອງລັດທິສັງຄົມນິຍົມ, ຫັນບັນດາທິດທາງ ແລະ ພິເສດແມ່ນການພົວພັນໃຫຍ່ເປັນລະອຽດ. ໂຄງການການເມືອງຍັງແມ່ນຄັນທຸງທິດສະດີ, ຄັນທຸງຂອງການຕໍ່ສູ້ ແລະ ເຕົ້າໂຮມກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດເພື່ອສ້າງປະເທດຫວຽດນາມ ທີ່ມີປະຊາຊົນຮັ່ງມີ, ປະເທດຊາດເຂັ້ນແຂງ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ.

ໂດຍສັງເກດຈາກແງ່ມູມກໍ່ສ້າງພັກ, ລະບົບການເມືອງ, ທ່ານສາດສະດາຈານ, ປະລິນຍາເອກ ຫງວຽນຈ້ອງຈວນ, ອະດີດຫົວໜ້າສະຖາປັນປັດຊະຍາ, ສະພາມະຫາບັນດິດວິທະຍາສາດສັງຄົມຫວຽດນາມ ແລ້ວ, ບັນດາຜົນງານໃນການກໍ່ສ້າງພັກ, ກໍ່ສ້າງລະບົບການເມືອງຕາມການກຳນົດທິດຂອງໂຄງການການເມືອງນັ້ນ ແມ່ນປັດໃຈແຖວໜ້າເພື່ອຮັບປະກັນປະຊາທິປະໄຕສັງຄົມນິຍົມ ແລະ ກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ, ສ້າງກຳລັງໜູນຢ່າງໃຫຍ່ຫຼວງໃນການພັດທະນາປະເທດຊາດ. ບັນດາຜົນງານອັນໃຫຍ່ຫຼວງ, ມີຄວາມໝາຍປະຫວັດສາດນັ້ນ ແມ່ນການທ້ອນໂຮມການມີຫົວຄິດປະດິດສ້າງຂອງພັກ ແລະ ປະຊາຊົນ, ຢືນຢັນແນວທາງກ້າວຂຶ້ນລັດທິສັງຄົມນິຍົມຂອງຫວຽດນາມ ແມ່ນເໝາະສົມກັບສະພາບຕົວຈິງຂອງຫວຽດນາມ ແລະ ທ່າອ່ຽງພັດທະນາຂອງຍຸກສະໄໝ. ທ່ານກໍ່ຢືນຢັນວ່າ, ການຊີ້ນຳນຳພາຢ່າງຖືກຕ້ອງຂອງພັກ ແມ່ນປັດໃຈແຖວໜ້າຕັດສິນໄຊະນະຂອງການປະຕິວັດຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ