ໂຄງການດຳເນີນງານແຫ່ງຊາດກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍໄລຍະ2016-2020

ໂຄງການດຳເນີນງານແຫ່ງຊາດກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍໄລຍະ2016-2020 - ảnh 1
(ພາບປະກອບ)

(vovworld) –  ນາ​ຍົກ​ລັດຖະມົນຕີ ຫວຽດນາມ ຫາ​ກໍ​ອະນຸມັດ​ຜ່ານ​ໂຄງການ​ດຳ​ເນີນ​ງານ​ແຫ່ງ​ຊາດ​ກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ - ຊາຍ​ໄລຍະ 2016 – 2020. ຕາມ​ນັ້ນ, ໜຶ່ງ​ໃນ​ບັນດາ​ເນື້ອ​ໃນ​ຕົ້ນຕໍ​ຂອງ​ໂຄງການ​ແມ່ນ​​ໂຄສະນາ​ຍົກ​ສູງ​ຄວາມ​ຮັບ​ຮູ້, ​ປ່ຽນ​ແປງ​ການ​ກະທຳ​ກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ - ຊາຍ. ​ໃນ​ແຕ່ລະ​ປີ​ຕ້ອງ​ຜັນ​ຂະ​ຫຍາ​ຍການປະຕິບັດ “​ເດືອນ​ດຳ​ເນີນ​ງານ​ເພື່ອ​ຄວາມ​ສະ​ເໝີ​ພາບ​ລະຫວ່າງ ຍິງ - ຊາຍ ​ແລະ ປ້ອງ​ກັນ, ຕ້ານ​ການ​ໃຊ້​ຄວາມ​ຮຸນ​ແຮງບົນ​ພື້ນຖານ​ຄວາມ​ສະ​ເໝີພາບ” ດ້ວຍ​ບັນດາ​ການ​ເຄື່ອນ​ໄຫວ​ຄື: ສ້າງ​ຫົວ​ເລື່ອງ ​ແລະ ສານ​​ໂຄສະນາ​ໃຫ້​ເດືອນດຳ​ເນີນ​ງານ; ​ໂຄສະນາ, ຍ້ອງຍໍຊົມ​ເຊີຍ​ບັນດາ​ສ່ວນ​ບຸກຄົນ, ໝູ່​ຄະນະ​​ທີ່ມີ​ຜົນງານດີ​ເດັ່ນ​ໃນ​ວຽກ​ງານຮັບປະກັນ​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ - ຊາຍ, ​ເພື່ອ​ຄວາມ​ກ້າວໜ້າ​ຂອງ​ແມ່ຍິງ ​ແລະ ປ້ອງ​ກັນ, ຕ້ານ​ການ​ໃຊ້​ຄວາມ​ຮຸນ​ແຮງບົນ​ພື້ນຖານ​ຄວາມ​ສະ​ເໝີ​ພາບໂຄງການຈະ​ສົ່ງ​ເສີມ​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ ​ແລະ ອົງການ​ຈັດ​ຕັ້ງ​ຕ່າງໆ, ປະຕິບັດ​ບັນດາ​ຮູບ​ແບບ​ເພີ່ມ​ທະວີ​ການ​ເຂົ້າ​ຮ່ວມ​ຂອງ​ແມ່ຍິງ ​ແລະ ຊຸກຍູ້​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ - ຊາຍ​ໃນ​ບັນດາ​ຂົງ​ເຂດ​ຂາດ​ຄວາມສະ​ເໝີ​ພາບ​ລະຫວ່າງ​ຍິງ - ຊາຍ​ສູງ.

 


ຂ່າວ/ບົດ​ອື່ນ