ໂຄສະນາວັດທະນະທຳ ແລະ ອາຫານການກິນ ຫວຽດນາມ ຢູ່ ອານເຊຣີ

(VOVWORLD) - ທີ່ຮ້ານວາງສະແດງອາຫານການກິນ ຫວຽດນາມ, ບັນດາແຂກຖືກເຊີນ ແລະ ແຂກຢ້ຽມຊົມໄດ້ຮັບປະທານອາຫານຫລາຍເຍື່ອງໂດຍບໍ່ເສຍຄ່າຄື: ແນມ, ເຝີ, ແບັນກວັນ…
ໂຄສະນາວັດທະນະທຳ ແລະ ອາຫານການກິນ ຫວຽດນາມ ຢູ່ ອານເຊຣີ - ảnh 1ໂຄສະນາວັດທະນະທຳ ແລະ ອາຫານການກິນ ຫວຽດນາມ ຢູ່ ອານເຊຣີ 

ເຂົ້າຮ່ວມໃນຖານະເປັນແຂກຖືກເຊີນກິຕິມະສັກຢູ່ງານຕະຫລາດນັດກຸສົນສາກົນ ອານເຊຣີ 2019 ໂດຍສະຫະສະມາຄົມ IHCEN SOS ຈັດຕັ້ງແຕ່ວັນທີ 16 – 22 ມີນາ ຢູ່ນະຄອນຫລວງ ອານເຊີ (Algiers), ສະຖານທູດ ຫວຽດນາມ ປະຈຳ ອານເຊຣີ ໄດ້ຈັດຕັ້ງລາຍການແນະນຳໂຄສະນາວັດທະນະທຳ ແລະ ອາຫານການກິນ ຫວຽດນາມ ໃຫ້ປະຊາຊົນ ອານເຊຣີ ກໍ່ຄືຜູ້ຕາງໜ້າບັນດາອົງການທຸຕານຸທູດປະຈຳ ອານເຊຣີ ເປັນຈຳນວນຫລວງຫລາຍ.

        ໃນພິທີໄຂງານຕະຫລາດນັດກຸສົນ, ດຳເນີນໃນວັນທີ 16 ມີນາ, ທີ່ຮ້ານວາງສະແດງອາຫານການກິນ ຫວຽດນາມ, ບັນດາແຂກຖືກເຊີນ ແລະ ແຂກຢ້ຽມຊົມໄດ້ຮັບປະທານອາຫານຫລາຍເຍື່ອງໂດຍບໍ່ເສຍຄ່າຄື: ແນມ, ເຝີ, ແບັນກວັນ…ນອກນັ້ນ, ຍັງມີຮ້ານວາງສະແດງບັນດາຜະລິດຕະພັນເຄື່ອງສິລະປະຫັດຖະກຳ.

        ໃນຂອບເຂດງານຕະຫລາດນັດ, ຍັງມີບັນດາການເຄື່ອນໄຫວອື່ນຄື: ລາຍການເຊີດຊູປະເທດຊາດ ແລະ ຊາວ ຫວຽດນາມ, ວັນເຊີດຊູບັນດາກຸ່ມບໍລິສັດ ແລະ ວິສາຫະກິດຕ່າງປະເທດພວມລົງທຶນຢູ່ ອານເຊຣີ.

ຕອບກັບ

ຂ່າວ/ບົດ​ອື່ນ