ໂຄສະນາເຜີຍແຜ່ວັດທະນະທໍາ, ການທ່ອງທ່ຽວຂອງ ຫວຽດນາມ ຢູ່ງານຕະຫຼາດນັດ Grenoble (ຝລັ່ງ)

(VOVWORLD) -ຈຸດປະສົງຂອງບັນດາການເຄື່ອນໄຫວຜ່ານມາ ແມ່ນເພື່ອແນະນໍາໂຄສະນາກັບເພື່ອນມິດສາກົນ ກ່ຽວກັບປະເທດຫວຽດນາມ ບໍ່ພຽງແຕ່ມີສີ່ລະດູການ ຄືລະດູບານໃໝ່, ລະດູຮ້ອນ,ລະດູໃບໄມ້ຫຼົ່ນ ແລະ ລະດູໜາວ ເທົ່ານັ້ນ, ຫາກຍັງມີລະດູພິເສດໜຶ່ງອີກ ທີ່ຄວນໄດ້ຮັບການຄົ້ນຫາ, ນັ້ນແມ່ນລະດູວັດທະນະທໍາ.
ໂຄສະນາເຜີຍແຜ່ວັດທະນະທໍາ, ການທ່ອງທ່ຽວຂອງ ຫວຽດນາມ ຢູ່ງານຕະຫຼາດນັດ Grenoble (ຝລັ່ງ) - ảnh 1 ເປີດຮ້ານສິນຄ້າຂອງຫວຽດນາມຢູ່ງານຕະຫຼາດນັດ Grenoble (ຝລັ່ງ) (ພາບ: TTXVN)

ໂດຍສືບຕໍ່ລາຍການໂຄສະນາເຜີຍແຜ່ວັດທະນະທໍາ, ການທ່ອງທ່ຽວຂອງຫວຽດນາມ ຢູ່ຝລັ່ງໃນປີ 2018, ຫວຽດນາມສືບຕໍ່ແມ່ນແຂກຖືກເຊີນທີ່ມີກຽດ ຢູ່ງານຕະຫຼາດນັດສາກົນ Grenoble, ຊຶ່ງຖືກຈັດຂຶ້ນຢູ່ນະຄອນ Grenoble, ທາງທິດຕາເວັນອອກສ່ຽງໃຕ້ປະເທດຝລັ່ງ ໃນລະຫວ່າງວັນທີ 01 – 12 ພະຈິກ 2018. ທ່ານ ຫງວຽນແທ່ງເວື້ອງ, ຜູ້ອໍານວຍການສູນວັດທະນະທໍາຫວຽດນາມ ປະຈໍາ ຝລັ່ງ, ແບ່ງປັນວ່າ:

        “ຈຸດປະສົງຂອງບັນດາການເຄື່ອນໄຫວຜ່ານມາ ແມ່ນເພື່ອແນະນໍາໂຄສະນາກັບເພື່ອນມິດສາກົນ ກ່ຽວກັບປະເທດຫວຽດນາມ ບໍ່ພຽງແຕ່ມີສີ່ລະດູການ ຄືລະດູບານໃໝ່, ລະດູຮ້ອນ,ລະດູໃບໄມ້ຫຼົ່ນ ແລະ ລະດູໜາວ ເທົ່ານັ້ນ, ຫາກຍັງມີລະດູພິເສດໜຶ່ງອີກ ທີ່ຄວນໄດ້ຮັບການຄົ້ນຫາ, ນັ້ນແມ່ນລະດູວັດທະນະທໍາ. ຜ່ານບັນດາຮ້ານແນະນໍາກ່ຽວກັບ ສິລະປະຫັດຖະກໍາ, ອາຫານການກິນ, ຊຸດອາພອນປະຈໍາຊາດ ພິເສດແມ່ນບັນດາລາຍການຟ້ອນທີ່ເປັນເອກະລັກສະເພາະ, ພວກຂ້າພະເຈົ້າປາດຖະໜາວ່າ ພວກເພື່ອນຈະມາຢ້ຽມຢາມຫວຽດນາມຫຼາຍກວ່າ. ນອກຈາກນັ້ນ, ຜ່ານເຫດການດັ່ງກ່າວ, ພວກຂ້າພະເຈົ້າຍັງມີຄວາມປາດຖະໜາ ຈະດຶງດູດບັນດານັກລົງທຶນໃນຂົງເຂດການທ່ອງທ່ຽວອີກດ້ວຍ”.


 

ຕອບກັບ

ຂ່າວ/ບົດ​ອື່ນ