ໂທ​ລະ​ເລກ, ຈົດ​ໝາຍອວຍ​ພອນ​ສົ່ງ​ໄປ​ຍັງ​ການ​ນຳ​ພັກ, ລັດ ແລະ ປະ​ຊາ​ຊົນ ຫວຽດ​ນາມ ໃນ​ໂອ​ກາດ​ວັນ​ຊາດ

(VOVWORLD) - ເນື່ອງໃນໂອກາດສະເຫຼີມສະຫຼອງ 79 ປີແຫ່ງວັນຊາດ ສສ.ຫວຽດນາມ (02/9/1945 - 02/9/2024), ການນຳບັນດາປະເທດ ບຣູໄນ, ອິນໂດເນເຊຍ, ມາເລເຊຍ, ຟີລິບປິນ, ໄທ, ສ.ເກົາຫຼີ, ອາເມລິກາ, ຍີ່ປຸ່ນ, ອົດສະຕາລີ ໄດ້ສົ່ງໂທລະເລກ ແລະ ຈົດໝາຍອວຍພອນໄປຍັງການນຳພັກ, ລັດ ແລະ ປະຊາຊົນ ຫວຽດນາມ.



ໂທ​ລະ​ເລກ, ຈົດ​ໝາຍອວຍ​ພອນ​ສົ່ງ​ໄປ​ຍັງ​ການ​ນຳ​ພັກ, ລັດ ແລະ ປະ​ຊາ​ຊົນ ຫວຽດ​ນາມ ໃນ​ໂອ​ກາດ​ວັນ​ຊາດ - ảnh 1ພາບປະກອບ: VGP

ໃນຈົດໝາຍສົ່ງໄປຍັງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ກະສັດບຣູໄນ Darrussalam Sultan Haji Hassanal Bolkiah ໄດ້ຢັ້ງຢືນວ່າ ບຣູໄນ ຍາມໃດກໍ່ເຄົາລົບການພົວພັນມິດຕະພາບກັບ ຫວຽດນາມ, ທ່ານປາດຖະໜາຢາກໃຫ້ສອງປະເທດສືບຕໍ່ປັບປຸງການຮ່ວມມືໃນຂົງເຂດການຄ້າ, ພະລັງງານ, ການພົບປະແລກປ່ຽນປະຊາຊົນ ແລະ ຮ່ວມແຮງຮ່ວມໃຈຊຸກຍູ້ວິໄສທັດປະຊາຄົມ ອາຊຽນ 2025, ວິໄສທັດໃໝ່ 2045.

ທ່ານປະທານາທິບໍດີ ຟີລິບປິນ Ferdinand Romualdez Marcos Jr ໄດ້ສົ່ງຈົດໝາຍອວຍພອນໄປຍັງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃນນັ້ນ ຢັ້ງຢືນຄວາມປາດຖະໜາກຢາກສືບຕໍ່ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດກັບ ຫວຽດນາມ ເລິກເຊິ່ງກ່ວາອີກ, ເພື່ອສັນຕິພາບ, ການຮ່ວມມື ແລະ ການພັດທະນາ, ເພື່ອຜັນປະໂຫຍດຂອງປະຊາຊົນສອງປະເທດ.

ພະບາດສົມເດັດພະເຈົ້າຢູ່ຫົວ ມະຫາວະຊິຣາລົງກອນ ລາຊະອານາຈັກ ໄທ ໄດ້ສົ່ງຈົດໝາຍໄປຍັງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ, ທ່ານນາງ Phumtham Wechayachai ຜູ້ຮັກສາການນາຍົກລັດຖະມົນຕີ ໄທ ໄດ້ສົ່ງຈົດໝາຍໄປຍັງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ. ການນຳໄທ ໄດ້ຢັ້ງຢືນວ່າ ໄທ ຍາມໃດກໍ່ຖືເປັນສຳຄັນການພົວພັນມິດຕະພາບ, ຄວາມສະໜິດຕິດພັນກັບ ຫວຽດນາມ.

ໃນຈົດໝາຍສົ່ງໄປຍັງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ, ທ່ານປະທານາທາບໍດີ ສ.ເກົາຫຼີ ປາດຖະໜາສອງປະເທດ ສືບຕໍ່ເປີດກວ້າງ, ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນທຸກຂົງເຂດເລິກເຊິ່ງກ່ວາອີກໃນໄລຍະຈະມາເຖິງ..

ທ່ານປະທານາທິບໍດີ ອາເມລິກາ ໄດ້ສົ່ງຈົດໝາຍໄປຍັງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ປະຊາຊົນຫວຽດນາມ, ໃນນັ້ນຢັ້ງຢືນ ອາເມລິກາ ສະໜັບສະໜູນຫວຽດນາມ ເຂັ້ມແຂງ, ເອກະລາດ, ວັດທະນາຖາວອນ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ພ້ອມທັງປາດຖະໜາຢາກປັບປຸງການພົວພັນລະຫວ່າງລັດຖະບານ ແລະ ປະຊາຊົນສອງປະເທດເລິກເຊິ່ງກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ