ໂທລະເລກຊົມເຊີຍ 94 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ

(VOVWORLD) - ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດ ລາວ ໄດ້ຢືນຢັນບົດບາດນຳພາສຳຄັນຂອງພັກກອມມູນິດ ຫວຽດນາມ ໃນແຕ່ລະໄລຍະພັດທະນາຂອງປະເທດ ຫວຽດນາມ ໃນຕະຫຼອດ 94 ປີຜ່ານມາ.
ໂທລະເລກຊົມເຊີຍ 94 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ - ảnh 1(ພາບປະກອບ: Vietnam+)

        ເນື່ອງໃນໂອກາດສະເຫຼີມສະຫຼອງ 94 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ (03 ກຸມພາ 1930 – 03 ກຸມພາ 2024), ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດ ລາວ ແລະ ຄະນະບໍລິຫານງານສູນກາງພັກປະຊາຊົນ ກຳປູເຈຍ ໄດ້ສົ່ງໂທລະເລກອວຍພອນເຖິງຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ.

        ໃນໂທລະເລກຊົມເຊີຍ, ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດ ລາວ ໄດ້ຢືນຢັນບົດບາດນຳພາສຳຄັນຂອງພັກກອມມູນິດ ຫວຽດນາມ ໃນແຕ່ລະໄລຍະພັດທະນາຂອງປະເທດ ຫວຽດນາມ ໃນຕະຫຼອດ 94 ປີຜ່ານມາ. ພັກປະຊາຊົນປະຕິວັດ ລາວ ອວຍພອນບັນດາຜົນງານ ແລະ ໄຊຊະນະທີ່ຍິ່ງໃຫຍ່, ຮອບດ້ານເຊິ່ງພັກກອມມູນິດ ຫວຽດນາມ ແລະ ປະຊາຊົນ ຫວຽດນາມ ຍາດມາໄດ້ໃນໄລຍະ 94 ປີຜ່ານມາ, ຖືນີ້ແມ່ນບົດຮຽນອັນລ້ຳຄ່າ, ແມ່ນແຫຼ່ງລະດົມກຳລັງໃຈຢ່າງໃຫຍ່ຫຼວງທີ່ມີຕໍ່ພາລະກິດປົກປັກຮັກສາ ແລະ ສ້າງສາ, ພັດທະນາຂອງປະເທດ ລາວ.

        ໂທລະເລກຊົມເຊີຍຂອງຄະນະບໍລິຫານງານສຸນກາງພັກປະຊາຊົນ ກຳປູເຈຍ ໄດ້ຕີລາຄາສູງບັນດາຜົນງານເຊິ່ງພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາດມາໄດ້ໃນໄລຍະຜ່ານມາ. ເນື່ອງໃນໂອກາດນີ້, ພັກປະຊາຊົນ ກຳປູເຈຍ ອວຍພອນໃຫ້ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຈົ່ງບັນລຸຜົນສຳເລັດໃນການພັດທະນາປະເທດຊາດ ເພື່ອປະຕິບັດສຳເລັດເປົ້າໝາຍ “ກາຍເປັນປະເທດພັດທະນາມີລາຍຮັບສູງໃນປີ 2045”.

ຕອບກັບ

ຂ່າວ/ບົດ​ອື່ນ