ໂລກ Arab ພ້ອມ​ແລ້ວ​ທີ່​ຈະ​ເພີ່​ມ​ທະ​ວີ​ການ​ຮ່ວມ​ມື​ກັບ BRICS ຢ່າງ​ແໜ້ນ​ແຟ້ນ

(VOVWORLD) - ທ່ານປະທານາທິບໍດີ ເອຢິບ Abdel Fattah El Sisi ຢັ້ງຢືນວ່າ ກາຍໂຣ ພ້ອມແລ້ວທີ່ຈະຮ່ວມມືກັບກຸ່ມນີ້ຢ່າງແໜ້ນແຟ້ນ ເພື່ອບັນລຸໄດ້ບັນດາເປົ້າໝາຍພັດທະນາເສດຖະກິດ, ເພີ່ມທະວີສຽງເວົ້າຂອງບັນດາປະເທດທາງທິດໃຕ້ຂອງຂົ້ວໂລກ
ໂລກ Arab ພ້ອມ​ແລ້ວ​ທີ່​ຈະ​ເພີ່​ມ​ທະ​ວີ​ການ​ຮ່ວມ​ມື​ກັບ BRICS ຢ່າງ​ແໜ້ນ​ແຟ້ນ - ảnh 1ການນຳບັນດາປະເທດສະມາຊິກ BRICS (ພາບ: AFP/TTXVN)

ວັນທີ 25 ສິງຫາ, ສະຫະລັດ ອາຣັບ (AL) ພ້ອມກັບຫຼາຍປະເທດສະມາຊິກ ໄດ້ອອກສຽງຊົມເຊີຍຕໍ່ເລື່ອງກອງປະຊຸມສຸດຍອດຄັ້ງທີ 15 ກຸ່ມບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນໃໝ່ (BRICS) ທີ່ໄດ້ດຳເນີນຢູ່ Johannesburg, ອາບຟຼິກກາໃຕ້, ໄດ້ຕັດສິນໃຈເປີດກ້ວາງ ແລະ ຮັບສະມາຊິກໃໝ່, ໃນນັ້ນມີ 3 ປະເທດ ອາຣັບຄື: ເອຢິບ, ອາຣັບບິ ຊາອຸດິ ແລະ ສະຫະລັດອາຣັບ ເອມິເລດ (UAE).

ໃນປະຕິກິລິຍາຢ່າງເປັນທາງການທຳອິດພາຍຫຼັງ ປະກາດ ຂໍ້ຕົກລົງເຊື້ອເຊີນເຂົ້າຮ່ວມ BRICS, ທ່ານປະທານາທິບໍດີ ເອຢິບ Abdel Fattah El Sisi ຢັ້ງຢືນວ່າ ກາຍໂຣ ພ້ອມແລ້ວທີ່ຈະຮ່ວມມືກັບກຸ່ມນີ້ຢ່າງແໜ້ນແຟ້ນ ເພື່ອບັນລຸໄດ້ບັນດາເປົ້າໝາຍພັດທະນາເສດຖະກິດ, ເພີ່ມທະວີສຽງເວົ້າຂອງບັນດາປະເທດທາງທິດໃຕ້ຂອງຂົ້ວໂລກ.  ສ່ວນທ່ານປະທານາທິບໍດີ UAE  Mohammed bin Zayed ຢັ້ງຢືນວ່າ Abu Dhabi ປາດຖະໜາຢາກສືບຕໍ່ຮ່ວມມືກັບ BRICS ເພື່ອຄວາມວັດທະນາຖາວອນ, ຄຸນສົມບັດ ແລະ ຜົນປະໂຫຍດລວມຂອງທຸກປະເທດ ແລະ ປະຊາຊົນໃນທົ່ວໂລກ. ໃນຂະນະນັ້ນ, ທ່ານລັດຖະມົນຕີການຕ່າງປະເທດ ອາຣັບບິ ຊາອຸດິ Faisal bin Farhan Al Saud ໃຫ້ຮູ້ວ່າ ປະເທດນີ້ຕີລາຄາສູງຖານະບົດບາດ, ທີ່ຕັ້ງ ແລະ ກຳລັງບົ່ມຊ້ອນຂອງ BRICS, ທ່ານສະແດງຄວາມປາດຖະໜາຢາກຮ່ວມມືກັບ BRICS ຢ່າງແໜ້ນແຟ້ນກ່ວາອີກເພື່ອບັນລຸໄດ້ເປົ້າໝາຍພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ