ໂລກ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ກ່​ວາ 251 ລ້ານ​ຄົນ

(VOVWORLD) -ໃນສະພາບການໂລກລະບາດໂຄວິດ - 19 ຍັງແຜ່ລະບາດໃນທົ່ວໂລກ, ມີຫຼາຍປະເທດສືບຕໍ່ຜັນຂະຫຍາຍບັນດາມາດຕະການຈຳກັດ ເພື່ອແນໃສ່ສະກັດກັ້ນໂລກລະບາດໂຄວິດ - 19.

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງ ເຊົ້າຂອງວັນທີ 9 ພະຈິກ (ຕາມເວລາ UTC), ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 251 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດເກືອບ 5,1 ລ້ານຄົນ. ອາເມລິກາ, ອິນເດຍ ແລະ ບຣາຊິນ ແມ່ນ 3 ປະເທດຖືກຜົນກະທົບຢ່າງໜັກໜ່ວງທີ່ສຸດ ດ້ວຍຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ຕາມລຳດັບແມ່ນ ກ່ວາ 47,4 ລ້ານຄົນ, 34,3 ລ້ານຄົນ ແລະ 21,8 ລ້ານຄົນ.

ໃນສະພາບການໂລກລະບາດໂຄວິດ - 19 ຍັງແຜ່ລະບາດໃນທົ່ວໂລກ, ມີຫຼາຍປະເທດສືບຕໍ່ຜັນຂະຫຍາຍບັນດາມາດຕະການຈຳກັດ ເພື່ອແນໃສ່ສະກັດກັ້ນໂລກລະບາດໂຄວິດ - 19.

ຕອບກັບ

ຂ່າວ/ບົດ​ອື່ນ