ໂລກ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ເກືອບ 239 ລ້ານ​ຄົນ

(VOVWORLD) -ຢູ່ເອີລົບ, ລັດເວຍ ໄດ້ປະກາດສະພາວະສຸກເສີນທີ່ແກ່ຍາວເປັນເວລາ 3 ເດືອນ, ເລີ່ມແຕ່ວັນທີ 11 ຕຸລາ, ຍ້ອນຈຳນວນຜູ້ຕິດເຊື້ອໃໝ່ ບັນລຸລະດັບສະຖິຕິ ໃນຂະນະທີ່ ອັດຕາສັກວັກຊິນກັນໂຄວິດ - 19 ຢູ່ ປະເທດນີ້ ຍັງຕ່ຳທີ່ສຸດ ຢູ່ ສະຫະພາບເອີລົບ (EU).
ໂລກ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ເກືອບ 239 ລ້ານ​ຄົນ - ảnh 1ພາບປະກອບ:  THX/TTXVN

ຕາມເວັບໄຊສະຖິຕິ Worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງເຊົ້າຂອງວັນທີ 12 ຕຸລາ (ຕາມເວລາ UTC), ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ເກືອບ 239 ລ້ານຄົນ, ໃນນັ້ນມີກ່ວາ 4,87 ລ້ານຄົນ ເສຍຊີວິດ.

ຢູ່ເອີລົບ, ລັດເວຍ ໄດ້ປະກາດສະພາວະສຸກເສີນທີ່ແກ່ຍາວເປັນເວລາ 3 ເດືອນ, ເລີ່ມແຕ່ວັນທີ 11 ຕຸລາ, ຍ້ອນຈຳນວນຜູ້ຕິດເຊື້ອໃໝ່ ບັນລຸລະດັບສະຖິຕິ ໃນຂະນະທີ່ ອັດຕາສັກວັກຊິນກັນໂຄວິດ - 19 ຢູ່ ປະເທດນີ້ ຍັງຕ່ຳທີ່ສຸດ ຢູ່ ສະຫະພາບເອີລົບ (EU).

ສ່ວນຢູ່ ຫວຽດນາມ, ນັບແຕ່ເວລາ 17 ໂມງຂອງວັນທີ 11 ຕຸລາ ຫາເວລາ 17 ໂມງຂອງວັນທີ 12 ຕຸລາ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກ 2.949 ຄົນ, ໃນນັ້ນມີ ຜູ້ເຂົ້າເມືອງ 10 ຄົນ. ມາຮອດປັດຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 846.230 ຄົນ, ໃນນັ້ນມີ 786.095 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ.

ຕອບກັບ

ຂ່າວ/ບົດ​ອື່ນ