ໂລກມີຜູ້ຕິດເຊື້ອໂຄວິດ-19 ລື່ນກາຍ 5 ລ້ານຄົນ

(VOVWORLD) - ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 7 ໂມງ 30 ນາທີ, ວັນທີ 21 ພຶດສະພາ, ໂລກມີຜູ້ຕິດໄວຣັດ SARS-CoV-2 ທັງໝົດແມ່ນມີ 5.082.484 ຄົນ, ໃນນັ້ນ ມີ 329.268 ຄົນເສຍຊີວິດ. 

ໂລກລະບາດໂຄວິດ-19 ໄດ້ແຜ່ລະບາດອອກສູ່ 213 ປະເທດ ແລະ ເຂດແຄ້ວນໃນທົ່ວໂລກ. ຈຳນວນຜູ້ຕິດເຊື້ອໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນ 2.020.151 ຄົນ.

        ອາເມລິກາ ພວມແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງກ່ວາໝູ່ຈາກໂລກລະບາດດັ່ງກ່າວ ດ້ວຍຈຳນວນຜູ້ຕິດເຊື້ອແມ່ນ 1.591.575 ຄົນ ແລະ ມີ 94.960 ຄົນເສຍຊີວິດ, ຖັດມາແມ່ນປະເທດ ລັດເຊຍ, ບຣາຊິນ, ແອັດສະປາຍ ແລະ ອັງກິດ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ