ໂລກ​ຢັ້ງ​ຢືນ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ກ່​ວາ 297.000 ຄົນ ໃນ​ໄລ​ຍະ​ເວ​ລາ 24 ຊົ່ວ​ໂມງ

(VOVWORLD) -ໃນຮອບເວລາ 24 ຊົ່ວໂມງຜ່ານມາ, ໂລກມີຜູ້ຕິດເຊື້ອພະຍາດໂຄວິດ - 19ໃໝ່ຕື່ມອີກ 297.190 ຄົນ ແລະ ມີ 4.499 ຄົນເສຍຊີວິດ.  
ໂລກ​ຢັ້ງ​ຢືນ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ກ່​ວາ 297.000 ຄົນ ໃນ​ໄລ​ຍະ​ເວ​ລາ 24 ຊົ່ວ​ໂມງ - ảnh 1ປິ່ນປົວໃຫ້ແກ່ຜູ້ຕິດເຊື້ອພະຍາດໂຄວິດ - 19 (ພາບ:  AFP/TTXV)

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 11 ຕຸລາ (ຕາມເວລາ UTC), ທົ່ວໂລກ ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 238.627.861 ຄົນ, ໃນນັ້ນມີຜູ້ເສຍຊີວິດ 4.866.914 ຄົນ. ປະເທດຖືກຜົນສະທ້ອນໜັກໜ່ວງກ່ວາໝູ່ໃນໂລກ ຍັງແມ່ນ ອາເມລິກາ ດ້ວຍຈຳນວນຜູ້ຕິດເຊື້ອແມ່ນ 45.203.479 ຄົນ ແລະ ຜູ້ເສຍຊີວິດ 733.575 ຄົນ.

ໃນຮອບເວລາ 24 ຊົ່ວໂມງຜ່ານມາ, ໂລກມີຜູ້ຕິດເຊື້ອພະຍາດໂຄວິດ - 19ໃໝ່ຕື່ມອີກ 297.190 ຄົນ ແລະ ມີ 4.499 ຄົນເສຍຊີວິດ.  

ສ່ວນຢູ່ຫວຽດນາມ ໄລ່ຮອດເວລາ 17 ໂມງຂອງວັນທີ 11 ຕຸລາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດ 843.281 ຄົນ, ຈຳນວນຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນ 784.748 ຄົນ, ໃນນັ້ນຜູ້ເສຍຊີວິດແມ່ນ 20.670 ຄົນ. ກ່ຽວກັບສະພາບການສັກວັກຊິນ, ປະຈຸບັນ ຈຳນວນວັກຊິນໄດ້ສັກແລ້ວແມ່ນ 54.279.564 ໂດສ, ສັກເຂັມທີ 2 ແມ່ນ 15.581.428 ໂດສ.

ຕອບກັບ

ຂ່າວ/ບົດ​ອື່ນ