ໂລກ​ລະ​ບາດ COVID – 19 ແມ່ນ​ຄວາມ​ຫຍຸ້ງ​ຍາກ​ທີ່​ສຸດ​ນັບ​ແຕ່​ກ່ອນ​ມາ​ຮອດ​ປັດ​ຈຸ​ບັນ​ສຳ​ລັບ​ປະ​ເທດ​ຈີນ

(VOVWORLD) -ທ່ານປະທານປະເທດ ຈີນ ສີຈິ້ນຜິງ ໄດ້ໃຫ້ຂໍ້ສັງເກດວ່າ ໂລກລະບາດ COVID -19 ແມ່ນ ສະພາວະສຸກເສີນ ດ້ານສາທາລະນະສຸກຢຸ່າງສູງສຸດນັບແຕ່ເມື່ອປະເທດນີ້ໄດ້ຮັບການສ້າງຕັ້ງມາຮອດປັດຈຸບັນ.    
ໂລກ​ລະ​ບາດ COVID – 19 ແມ່ນ​ຄວາມ​ຫຍຸ້ງ​ຍາກ​ທີ່​ສຸດ​ນັບ​ແຕ່​ກ່ອນ​ມາ​ຮອດ​ປັດ​ຈຸ​ບັນ​ສຳ​ລັບ​ປະ​ເທດ​ຈີນ - ảnh 1ທ່ານປະທານປະເທດ ຈີນ ສີຈິ້ນຜິງ (ພາບ: THX/TTXVN) 

ວັນທີ 23 ກຸມພາ, ກ່າວຄຳເຫັນທີ່ກອງປະຊຸມກ່ຽວກັບການຄວບຄຸມໂລກລະບາດ, ທ່ານ ປະທານປະເທດ ຈີນ ສີຈິ້ນຜິງ ໄດ້ຊີ້ແຈ້ງວ່າ COVID -19 ມີລະດັບການແຜ່ລະບາດໄວທີ່ສຸດ, ກ້ວາງທີ່ສຸດ ແລະ ແມ່ນໂລກລະບາດທີ່ສະກັດກັ້ນ ແລະ ຄວບຄຸມຍາກທີ່ສຸດ. ຕາມທ່ານ ສີຈິ້ນຜິງແລ້ວ, ບັນດາມາດຕະການຮັບມືກັບໂລກລະບາດຂອງ ຈີນ ເຖິງວ່າ ມີປະສິດຜົນກໍ່ຕາມ ແຕ່ການປ້ອງກັນຕ້ານໂລກລະບາດຍັງຢູ່ໃນໄລຍະສຳຄັນ ແລະ ຍັງຄົງຮ້າຍແຮງ ແລະ ສັບສົນຢູ່.

ທ່ານ ສີຈິ້ນຜິງ ຕີລາຄາວ່າ ໂລກລະບາດຈະສົ່ງຜົນກະທົບອັນໃຫຍ່ຫຼວງຕໍ່ເສດຖະກິດ ແລະ ສັງຄົມ ແຕ່ວ່າ ລັດຖະບານຈີນຈະເພີ່ມນະໂຍບາຍໜູນຊ່ວຍເພື່ອແນໃສ່ບັນລຸໄດ້ບັນດາເປົ້າໝາຍກ່ຽວກັບການພັດທະນາເສດຖະກິດ ແລະ ສັງຄົມໃນປີ 2020.

ຕອບກັບ

ຂ່າວ/ບົດ​ອື່ນ