ໂລກລະບາດ Covid-19: ຫວຽດນາມ ມີ 34 ຄົນທີ່ຕິດເຊື້ອ SARS-CoV-2

(VOVWORLD) -  ຕາມຂໍ້ມູນຈາກກະຊວງສາທາລະນະສຸກ ຫວຽດນາມ, ວັນທີ 10 ມີນາ, ຫວຽດນາມ ໄດ້ກວດພົບຜູ້ຕິດພະຍາດ Covid-19 ຕື່ມອີກ 3 ຄົນ. ຜູ້ຕິດເຊື້ອຄົນທີ່ 32 ແມ່ນເພດຍິງ, ອາຍຸ 24 ປີ, ສັນຊາດ ຫວຽດນາມ ໄດ້ສຳຜັດກັບຜູ້ຕິດເຊື້ອທີ 17 ຢູ່ ລອນດອນ, ປະເທດ ອັງກິດ ໃນວັນທີ 27 ກຸມພາ.
ໂລກລະບາດ Covid-19: ຫວຽດນາມ ມີ 34 ຄົນທີ່ຕິດເຊື້ອ SARS-CoV-2 - ảnh 1 ພາບປະກອບ/TTXVN

ຕາມຂໍ້ມູນຂ່າວຈາກສະຖາບັນ Pasteur ຍາຈາງ, ຜູ້ຕິດເຊື້ຶ້ອ Covid-19 ຄົນທີ 33, ແມ່ນເພດຊາຍ, ອາຍຸ 58 ປີ, ສັນຊາດ ອັງກິດ, ແມ່ນຜູ້ໂດຍສານທີ່ເດີນທາງມາພ້ອມກັບຖ້ຽວບິນ VN0054 ພວມພັກເຊົາຢູ່ນະຄອນ ໂຫ້ຍອານ, ແຂວງ ກ໋ວາງນາມ. ສູນຄວບຄຸມເຊື້ອພະຍາດແຂວງ ກ໋ວາງນາມ ໄດ້ເອົາຕົວຢ່າງພະຍາດຂອງຜູ້ດັ່ງກ່າວ ສົ່ງໄປວິໄຈ ຜົນອອກມາວ່າ ຜູ້ກ່ຽວໄດ້ຕິດເຊື້ອໄວຣັດ SARS-CoV-2.

        ຜູ້ຕິດເຊື້ອຄົນທີ 34 ແມ່ນເພດຍິງ, ອາຍຸ 51 ປີ, ສັນຊາດ ຫວຽດນາມ, ວັນທີ 22 ກຸມພາ, ຜູ້ນີ້ໄດ້ຂີ່ຍົນ ຈາກ ຫວຽດນາມ ໄປ ນິວຢອກ, ປະເທດ ອາເມລິກາ ແລະ ໄດ້ປ່ຽນຍົນຢູ່ສະໜາມບິນ Incheon, ສ.ເກົາຫຼີ. ວັນທີ 02 ມີນາ, ແມ່ຍິງຄົນນີ້ໄດ້ກັບເມືອ ຫວຽດນາມ.

        ໄລ່ຮອດຈຸດເວລານີ້, ຫວຽດນາມ ໄດ້ມີຜູ້ຕິດພະຍາດ Covid-19 34 ຄົນ, ໃນນັ້ນ 16 ຄົນໄດ້ປິ່ນປົວຫາຍດີ ແລະ ອອກຈາກໂຮງໝໍໝົດແລ້ວ, ຍັງເຫຼືອ 18 ຄົນພວມແຍກຕົວປິ່ນປົວຢູ່ ໂຮງໝໍ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ