ໂລກ​ລ​ະ​ບາດ​ໂຄວິດ - 19 ຊຸກ​ຍູ້​ການ​ພັດ​ທະ​ນາ​ບັນ​ດາ Startup ກ່ຽວ​ກັບ​ການ​ຫັນ​ເປັນ​ດີ​ຈີ​ຕອນ​ໃນ​ການ​ສຶກ​ສາ

(VOVWORLD) -ໄລຍະມໍ່ໆມານີ້, ເປັນຕົ້ນແມ່ນເວລາໂລກລະບາດໂຄວິດ - 19 ປະກົດຂຶ້ນ ແລະ ກໍ່ຜົນສະທ້ອນຢ່າງໃຫຍ່ຫຼວງຕໍ່ຊີວິດການເປັນຢູ່, ເສດຖະກິດ, ສັງຄົມ... ການເຫັນເປັນດີຈີຕອນ ພວມກາຍເປັນໂຄງການຈຸດສຸມແຫ່ງຊາດ ທີ່ໄດ້ໝູນໃຊ້ໃນຫຼາຍຂະແໜງ, ຂົງເຂດ, ໃນນັ້ນມີຂະແໜງການສຶກສາ. ການຫັນເປັນດີຈີຕອນ ໄດ້ຮັບຖືວ່າ ແມ່ນກາລະໂອກາດເພື່ອຂະແໜງການສຶກສາ - ບຳລຸງສ້າງ ໄດ້ສ້າງການປ່ຽນແປງໂດຍໄວກ່ຽວກັບຮູບແບບ, ວິທີການຈັດຕັ້ງ ແລະ ວິທີການສິດສອນ - ການຮ່ຳຮຽນ. ຈາກຄວາມຕ້ອງການໃນພຶດຕິກຳຕົວຈິງນັ້ນ, ມີຫຼາຍ Startup ກ່ຽວກັບການຫັນເປັນດີຈີຕອນ ໃນການສຶກສາ ໄດ້ກຳເນີດ, ອັນໄດ້ຕອບສະໜອງຄວາມຕ້ອງການໃນການສິດສອນ ແລະ ການຮ່ຳຮຽນຂອງບັນດາຮາກຖານບຳລຸງສ້າງ.

ໂລກ​ລ​ະ​ບາດ​ໂຄວິດ - 19 ຊຸກ​ຍູ້​ການ​ພັດ​ທະ​ນາ​ບັນ​ດາ Startup ກ່ຽວ​ກັບ​ການ​ຫັນ​ເປັນ​ດີ​ຈີ​ຕອນ​ໃນ​ການ​ສຶກ​ສາ - ảnh 1ພາບປະກອບ: VOV

ຍ້ອນຜົນກະທົບຈາກໂລກລະບາດໂຄວິດ - 19, 2 ປີ ຜ່ານມາ ມີຫຼາຍພື້ນຖານການສຶກສາໃນທົ່ວປະເທດ ຕ້ອງປະຕິບັດການສອນທາງໄກ ເພື່ອຮັບປະກັນຄວາມປອດໄພດ້ານສຸຂະພາບ ໃຫ້ມັງຄູອາຈານ ແລະ ນັກຮຽນ. ການໝູນໃຊ້ໂປແກຼມເຕັກໂນໂລຢີເຂົ້າການຮຽນການສອນ ໄດ້ກາຍເປັນຄວາມຕ້ອງການທີ່ຈຳເປັນສຳລັບຄູສອນຫຼາຍຄົນ ເມື່ອສອນທາງໄກ, ຍ້ອນວ່າ ຈະຊ່ວຍໃຫ້ນັກຮຽນຮູ້ສຶກຈັບອົກຈົບໃຈ, ເຂົ້າໃຈບົດຮຽນໄດ້ງ່າຍດາຍກ່ວາ. ໃນວິວັດການກວດກາ, ຕີລາຄາ, ສົກປີ 2021 – 2022, ເປັນຄັ້ງທຳອິດ, ຫຼາຍໂຮງຮຽນ ໄດ້ຈັດການກວດກາພາກຮຽນທີ I ແບບທາງໄກຢ່າງສະດວກ. ທ່ານນາງ ເລຮ່ວານເຈົາ, ຜູ້ອຳນວຍການ ໂຮງຮຽນມັດຖະຍົມຕອນຕົ້ນ ຫງວຽນຈາຍ, ເມືອງແທັງຊວັນ, ຮ່າໂນ້ຍ ໃຫ້ຮູ້ວ່າ ດ້ວຍການນຳໃຊ້ບັນດາໂປແກຼມເຕັກໂນໂລຢີໜູນຊ່ວຍ, ໂຮງຮຽນໄດ້ຈັດການເສັງພາກຮຽນທີ I ຢ່າງເຂັ້ມງວດ, ຮັບປະກັນຄຸນນະພາບຂອງນັກຮຽນ. ທ່ານນາງ ເລຮ່ວານເຈົາ ໃຫ້ຮູ້ວ່າ:

ບັນດາຫ້ອງຮຽນມີນັກຮຽນຫຼາຍກ່ວາ 40 ຄົນ ແລະ ນັກຮຽນ ຊັ້ນ ມໍ 4 ຈະເສັງແບບທາງໄກ. ແຕ່ລະຫ້ອງຮຽນ ຈະມີຜູ້ຍາມຫ້ອງເສັງ 2 ຄົນ ຜູ້ທີໜຶ່ງຈະເຮັດວຽກໂດຍກົງຢູ່ໂຮງຮຽນ ພ້ອມກັບຜູ້ຕິດຕາມກວດກາ ແລະ ຄະນະອຳນວຍການໂຮງຮຽນ.

ບໍ່ພຽງແຕ່ມີການຮຽນ, ການເສັງແບບທາງໄກເທົ່ານັ້ນ, ໂຮງຮຽນຕ່າງຍັງນຳໃຊ້ບັນດາໂປແກຼມອັດສະລິຍະ ໃນການຄຸ້ມຄອງໂຮງຮຽນອີກດ້ວຍ, ຈາກນັ້ນ ຈະຫຼຸດຜ່ອນເອກະສານ, ປຶ້ມໜັງສື, ບັນດາການປະຕິບັດລະບຽບການບໍລິຫານ ເພື່ອຄຸ້ມຄອງໂຮງຮຽນຢ່າງມີປະສິດທິຜົນ. ໜຶ່ງໃນບັນດາ Startup ຫັນເປັນດີຈີຕອນ ໃນການສຶກສາ, ໂຮງຮຽນບາງແຫ່ງພວມໄດ້ເລືອກນຳໃຊ້ໃນປັດຈຸບັນມີຊື່ວ່າ Cohota (ຂຽນຫຍໍ້ຂອງ ປະຕູຖານການຮຽນ). ນີ້ແມ່ນພື້ນຖານຄຸ້ມຄອງການຮຽນ ແລະ ການບຳລຸງສ້າງໃຫ້ແກ່ນັກຮຽນທຸກລະດັບ, ທຸກຫ້ອງ. ນອກຈາກການເພີ່ມທະວີການພົວພັນແລກປ່ຽນລະຫວ່າງຜູ້ສອນ ແລະ ຜູ້ຮຽນແລ້ວ, Cohota ຍັງອະນຸດຍາດໃຫ້ໂຮງຮຽນ ສ້າງຮູບແບບຫຼັກສູດການຮຽນທີ່ອີງຕາມລັກສະນະພິເສດຂອງຫົວໜ່ວຍນັ້ນ. ອ້າຍ ທາຍເຈືອງ, ຜູ້ປະດິດຄິດສ້າງ ທັງເປັນຜູ້ບໍລິຫານບໍລິສັດ Cohota ໃຫ້ຮູ້ວ່າ:

Cohota ສາມາດຕອບສະໜອງຄວາມຕ້ອງການຂອງຜູ້ສອນຢ່າງມີໄຫວພິບ, ມີລັກສະນະພິເສດໃນສະພາບແວດລ້ອມການຮ່ຳຮຽນ. ບັນດາຫຼັກສູດອາດຈະຜັນຂະຫຍາຍເປັນຫຼາຍຮູບແບບ ນັບແຕ່ລາຍການຮ່ຳຮຽນຂອງນັກຮຽນ, ລາຍການສຳຫຼວດກວດກາ, ຕີລາຄາ, ບັນດາລາຍການບຳລຸງສ້າງຄວາມສາມາດໃຫ້ແກ່ຄູສອນ ຫຼື ບັນດາລາຍການພັດທະນາວິຊາສະເພາະໃຫ້ແກ່ຖັນແຖວການນຳ.

ໃນປະຕູຖານຮ່ຳຮຽນ Cohota, ໄດ້ປະຕິບັດພຽງແຕ່ 2 – 3 ຂັ້ນຕອນເຂົ້ານຳໃຊ້, ຜູ້ນຳໃຊ້ກໍສາມາດເຫັນປະຈັກຕາໂລກແຫ່ງເອກະສານການຮຽນ ແລະ ບັນດາຫຼັກສູດການຮຽນ. ຢູ່ຫັນ, ການຮຽນໄດ້ດຳເນີນຢ່າງໄວວາ ແລະ ມີຄວາມສະດວກ ດ້ວຍເຄື່ອງມື ທີ່ນຳໃຊ້ຢ່າງງ່າຍດາຍ, ແຫຼ່ງຄວາມຮູ້ໄດ້ຫັນເປັນຫຼາຍຮູບແບບຢ່າງສູງສຸດ.

ກະຊວງການສຶກສາ ແລະ ບຳລຸງສ້າງ ຢັ້ງຢືນວ່າ ການຫັນເປັນດີຈີຕອນໃນໄລຍະຜ່ານມາ ໄດ້ນຳມາເຊິ່ງການປ່ຽນແປງໃໝ່ໃຫ້ແກ່ຂະແໜງການສຶກສາ ແລະ ບັນລຸໄດ້ບາງຜົນສຳເລັດໃດໜຶ່ງ ໃນການເຄື່ອນໄຫວຄຸ້ມຄອງ, ການຮຽນ ແລະ ການສອນ. ມີຫຼາຍ Startup ກ່ຽວກັບການຫັນເປັນດີຈີຕອນ ໃຫ້ແກ່ຂະແໜງການສຶກສາ ໄດ້ສ້າງຂຶ້ນ ໂດຍປະກອບສ່ວນຍົກສູງຄຸນນະພາບໃນການຮຽນການສອນ ກໍ່ຄືການຄຸ້ມຄອງການສຶກສາ ໃນສະພາບການຮຽນການສອນທາງໄກ ຍັງໄດ້ຜັນຂະຫຍາຍຢູ່ຫຼາຍທ້ອງຖິ່ນ. ທ່ານ ຫງວຽນກິມເຊີນ ລັດຖະມົນຕີກະຊວງການສຶກສາ ແລະ ບຳລຸງສ້າງ ຫວຽດນາມ ໃຫ້ຮູ້ວ່າ:

ປີ 2022, ພວກຂ້າພະເຈົ້າໄດ້ກຳນົດແມ່ນປີສຸມໃສ່ຜັນຂະຫຍາຍແຜນຮ່າງຫັນເປັນດີຈີຕອນໃນການສຶກສາ ແລະ ບຳລຸງສ້າງ, ໃນນັ້ນໄດ້ສ້າງພື້ນຖານໂຄງລ່າງກ່ຽວກັບການເຮັດວຽກ, ແຫຼ່ງຂໍ້ມູນ ແລະ ບັນຫາກ່ຽວກັບໂປແກຼມ ແລະ ການຂຸດຄົ້ນ ເພື່ອທັງຮັບໃຊ້ໃຫ້ແກ່ການປ່ຽນແປງໃໝ່ການເຄື່ອນໄຫວການຮຽນ, ທັງແມ່ນວຽກງານຢ່າງແທດຈິງ ໃນການຮັບມືກັບໂລກລະບາດໂຄວິດ - 19.

ຕາມບັນດານັກຊ່ຽວຊານແລ້ວ ເພື່ອຫັນເປັນດີຈີຕອນໃນການສຶກສາ ແລະ ບຳລຸງສ້າງຢ່າງມີປະສິດທິຜົນ, ຕ້ອງການມີພື້ນຖານເຕັກໂນໂລຢີລວມແຫ່ງຊາດ, ໂດຍໄດ້ຮັບຖືວ່າ ແມ່ນພື້ນຖານເພື່ອໃຫ້ຂະແໜງການສຶກສາ ບືນຕົວຂຶ້ນ. ການຫັນເປັນດີຈີຕອນບໍ່ພຽງແຕ່ແມ່ນບັນຫາລົງທຶນວັດຖຸອຸປະກອນດ້ານເຕັກໂນໂລຢີເທົ່ານັ້ນ, ຫາກຍັງແມ່ນວັດທະນະທຳ ແລະ ມະນຸດອີກດ້ວຍ. ຜ່ານການຫັນຂໍ້ມູນ, ບົດສອນ, ພື້ນຖານຂໍ້ມູນຂ່າວສານເປັນດີຈີຕອນ ແລະ ນຳເອົາລົງອິນເຕີເນັດ, ທັງຄູອາຈານ ແລະ ນັກຮຽນລ້ວນແຕ່ສາມາດປັບປຸງທັກສະຂອງຕົນ, ດ້ວຍເປົ້າໝາຍລວມແມ່ນສ້າງວິວັດການສຶກສາທີ່ດຶງດູດໃຈ ແລະ ມີປະສິດທິຜົນກ່ວາເກົ່າ.

ຕອບກັບ

ຂ່າວ/ບົດ​ອື່ນ