ໂລກ​ລະ​ບາດ​ໂຄວິດ - 19 ຢູ່​ຫວຽດ​ນາມ ແລະ ໃນ​ໂລກ

(VOVWORLD) -  ໄລ່ຮອດເວລາ 6 ໂມງຂອງວັນທີ 9 ກໍລະກົດ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 24.810 ຄົນ, ໃນນັ້ນມີ 8950 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ, ແລະ 105 ຄົນເສຍຊີວິດ.
ໂລກ​ລະ​ບາດ​ໂຄວິດ - 19 ຢູ່​ຫວຽດ​ນາມ ແລະ ໃນ​ໂລກ - ảnh 1         ສົ່ງຜູ້ຕິດເຊື້ອພະຍາດໂຄວິດ - 19 ໄປຍັງໂຮງໝໍ Port Elizabeth, ປະເທດອາບຟຼິກກາໃຕ້ (ພາບ: AFP/TTXVN)

ຕອນເຊົ້າວັນທີ 9 ກໍລະກົດ, ກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຕື່ມອີກ 425 ຄົນ, ໃນນັ້ນ ນະຄອນໂຮ່ຈີມິນ ສືບຕໍ່ແມ່ນສະຖານທີ່ມີຜູ້ຕິດເຊື້ອຫຼາຍທີ່ສຸດດ້ວຍຈຳນວນ 350 ຄົນ.

        ໄລ່ຮອດເວລາ 6 ໂມງຂອງວັນທີ 9 ກໍລະກົດ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 24.810 ຄົນ, ໃນນັ້ນມີ 8950 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ, ແລະ 105 ຄົນເສຍຊີວິດ.

        ສ່ວນຢູ່ໃນໂລກ, ຕາມເວັບໄຊ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 9 ກໍລະກົດ (ຕາມເວລາ UTC) ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 186,3 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກ່ວາ 4 ລ້ານຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ