ໂລກ​ລະ​ບາດ​ໂຄວິດ - 19 ສືບ​ຕໍ່​ມີ​ການ​ຜັນ​ແປ​ຢ່າງ​ສັບ​ສົນ​ໃນ​ທົ່ວ​ໂລກ

(VOVWORLD) -     ຕາມເວັບໄຊສະຖິຕິ worldometer.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 6 ກັນຍາ (ຕາມເວລາ UTC), ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດກວ່າ 221,516 ລ້ານຄົນ, ໃນນັ້ນ ມີຫຼາຍກວ່າ 4,58 ລ້ານຄົນເສຍຊີວິດ.
ໂລກ​ລະ​ບາດ​ໂຄວິດ - 19 ສືບ​ຕໍ່​ມີ​ການ​ຜັນ​ແປ​ຢ່າງ​ສັບ​ສົນ​ໃນ​ທົ່ວ​ໂລກ - ảnh 1ການເກັບຕົວຢ່າງກວດຫາເຊື້ອພະຍາດໂຄວິດ - 19 ຢູ່ ອິນໂດເນເຊຍ (ພາບ: TTXVN)

ຖ້າຫາກວ່າຄິດໄລ່ຕາມພາກພື້ນແລ້ວ,  ອາຊີ ຍັງຄົງແມ່ນທະວີບທີ່ຖືກຜົນກະທົບຢ່າງໜັກໜ່ວງທີ່ສຸດ ດ້ວຍຈຳນວນຜູ້ຕິດເຊື້ອກວ່າ 71,323 ລ້ານຄົນ, ໃນນັ້ນ ມີຫຼາຍກວ່າ 1,05 ລ້ານຄົນ. ຖັດຈາກນັ້ນແມ່ນ ເອີຣົບ ດ້ວຍຈຳນວນຜູ້ຕິດເຊື້ອກວ່າ 55,968 ລ້ານຄົນ, ໃນນັ້ນ ມີຫຼາຍກວ່າ 1,18 ລ້ານຄົນເສຍຊີວິດ. ຖັດຈາກນັ້ນແມ່ນ ພາກພື້ນ ອາເມລິກາເໜືອ ດ້ວຍກວ່າ 48,982 ລ້ານຄົນຕິດເຊື້ອ ແລະ ກວ່າ 1 ລ້ານຄົນເສຍຊີວິດ.

        ຖ້າໄລ່ຕາມແຕ່ລະປະເທດ ແລະ ເຂດແຄວ້ນ, ອາເມລິກາ ສືບຕໍ່ແມ່ນປະເທດ ມີຈຳນວນຜູ້ຕິດເຊື້ອ ແລະ ຜູ້ເສຍຊີວິດຫຼາຍທີ່ສຸດໃນໂລກ, ຖັດຈາກນັ້ນ ແມ່ນ ອິນເດຍ ແລະ ບຣາຊິນ.

ຕອບກັບ

ຂ່າວ/ບົດ​ອື່ນ