ໂລກ​ລະ​ບາດ​ໂຄວິດ - 19 ໄດ້​ເຮັ​ດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດກວ່າ 4,6 ລ້ານ​ຄົນ

(VOVWORLD) -ໄລ່ຮອດເວລາ 1 ໂມງຂອງວັນທີ 11 ກັນຍາ (ຕາມເວລາ UTC), ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດກວ່າ 224,644 ລ້ານຄົນ ແລະ ມີກວ່າ 4,630 ລ້ານ ຄົນເສຍຊີວິດ. 
ໂລກ​ລະ​ບາດ​ໂຄວິດ - 19 ໄດ້​ເຮັ​ດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດກວ່າ 4,6 ລ້ານ​ຄົນ - ảnh 1ສະຖານທີ່ເກັບຕົວຢ່າງກວດຫາເຊື້ອພະຍາດໂຄວິດ - 19 ແຫ່ງໜຶ່ງຢູ່ ສ.ເກົາຫຼີ (ພາບ: Yonhap/TTXVN)

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 11 ກັນຍາ (ຕາມເວລາ UTC), ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດກວ່າ 224,644 ລ້ານຄົນ ແລະ ມີກວ່າ 4,630 ລ້ານ ຄົນເສຍຊີວິດ. ໄລ່ຮອດປັດຈຸບັນ, ຈຳນວນກໍລະນີຕິດເຊື້ອທີ່ໄດ້ຮັບການປິ່ນປົວຫາຍດີແມ່ນ ກວ່າ 201,183.000 ຄົນ.

  ອາເມລິກາ ສືບຕໍ່ແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດດັ່ງກ່າວ ດ້ວຍຈຳນວນຜູ້ຕິດເຊື້ອແມ່ນກວ່າ 41,7 ລ້ານຄົນ ແລະ ມີ ກວ່າ 677.000 ຄົນເສຍຊີວິດ. ຖັດຈາກນັ້ນ ແມ່ນ ອິນເດຍ ດ້ວຍກວ່າ 33,2 ລ້ານຄົນຕິດເຊື້ອ ແລະ ກວ່າ 442.000 ຄົນເສຍຊີວິດ./.

ໂລກ​ລະ​ບາດ​ໂຄວິດ - 19 ໄດ້​ເຮັ​ດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດກວ່າ 4,6 ລ້ານ​ຄົນ - ảnh 2                          (ພາບປະກອບ: ກະຊວງສາທາລະນະສຸກ ຫວຽດນາມ)
  ກ່ຽວກັບຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ຢູ່ ຫວຽດນາມ ໃນວັນທີ 11 ກັນຍາ, ຕາມຂ່າວພາກຄ່ຳຂອງວັນທີ 11 ກັນຍາ ຂອງກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ ນັບແຕ່ເວລາ 17 ໂມງ ຂອງວັນທີ 10 ກັນຍາ ຫາເວລາ 17 ໂມງ ຂອງວັນທີ 11 ກັນຍາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກ 11.932 ກໍລະນີ, ໃນນັ້ນ ມີ 5 ກໍລະນີ ແມ່ນຊາວເຂົ້າເມືອງ ຫວຽດນາມ ແລະ ໄດ້ຮັບການແຍກຕົວໃນທັນທີ. ໃນນັ້ນ, ນະຄອນ ໂຮ່ຈີມິນ ຍັງຄົງແມ່ນນະຄອນມີຈຳນວນຜູ້ຕິດເຊື້ອຫຼາຍທີ່ສຸດດ້ວຍ 5.629 ກໍລະນີ. ໃນວັນທີ 11 ກັນຍາ ມີຜູ້ຕິດເຊື້ອ 12.541 ກໍລະນີ ໄດ້ຮັບການປິ່ນປົວຫາຍດີ ແລະ 217 ກໍລະນີເສຍຊີວິດ. ໄລ່ຮອດປັດຈຸບັນ, ຈຳນວນຜູ້ຕິດເຊື້ອທີ່ໄດ້ຮັບການປິ່ນປົວຫາຍດີທັງໝົດແມ່ນ 363.462 ກໍລະນີ.

ໄລ່ມາຮອດປັດຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອທັງໝົດ 601.349 ກໍລະນີ, ຢືນອັນດັບທີ 49/222 ປະເທດ ແລະ ເຂດແຄວ້ນໃນໂລກ. ຈຳນວນວັກຊິນກັນພະຍາດໂຄວິດ - 19 ທັງໝົດທີ່ໄດ້ປັນຂະຫຍາຍສັກໄປແລ້ວແມ່ນ 27.108.588 ໂດສ.

ຕອບກັບ

ຂ່າວ/ບົດ​ອື່ນ