ໂຮງ​ຮຽນ​ສອງ​ພາ​ສາ ລາວ - ຫວຽດ​ນາມ ຫງວຽນ​ຢຸ ຕ້ອນ​ຮັບ​ບຸນ​ເຕັດ​ເຕັມ​ໄປ​ດ້ວຍຄວາມ​ຮັກ​ແພງ

(VOVWORLD) - ຈຸດປະສົງຂອງພິທີບໍ່ພຽງແຕ່ແຜ່ຂະຫຍາຍບັນດາຄຸນຄ່າທາງດ້ານວັດທະນະທຳທີ່ເປັນມູນເຊື້ອອັນດີງາມຂອງຊາດ ຫວຽດນາມ ມາເຂົ້າໃກ້ກັບນັກສຶກສາໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ ເທົ່ານັ້ນ ຫາກຍັງແມ່ນໂອກາດເພື່ອໃຫ້ພວກນ້ອງໆ ສົ່ງສານກ່ຽວກັບຈຸດວັດທະນະທຳອັນດີງາມໃຫ້ແກ່ເພື່ອນມິດສາກົນອີກດ້ວຍ.

ຕອນເຊົ້າວັນທີ 1 ກຸມພາ, ຢູ່ນະຄອນຫຼວງ ວຽງຈັນ, ໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢຸ ໄດ້ຈັດລາຍການຕ້ອນຮັບບຸນເຕັດ ປີມະໂລງ 2024. ເຂົ້າຮ່ວມເຫດການມີທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ; ຜູ້ຕາງໜ້າສະມາຄົມໃຫຍ່ ຊາວ ຫວຽດນາມ ປະຈຳລາວ; ຜູ້ຕາງໜ້າສະມາຄົມຊາວຫວຽດນາມ ຢູ່ນະຄອນຫຼວງ ວຽງຈັນ; ຜູ້ຕາງໜ້າການນຳພະແນກ, ຂະແໜງການທີ່ກ່ຽວຂ້ອງຂອງ ລາວ ພ້ອມກັບຄູອາຈານ, ຍາດຕິພີ່ນ້ອງ ແລະ ນັກຮຽນໂຮງຮຽນເປັນຈຳນວນຫຼວງຫຼາຍ.

ກ່າວຄຳເຫັນທີ່ພິທີ,  ທ່ານນາງ ສີວັນເຮືອງ ເພັງຄຳໄມ, ຜູ້ອຳນວຍການໂຮງຮຽນ ໃຫ້ຮູ້ວ່າ ຈຸດປະສົງຂອງພິທີບໍ່ພຽງແຕ່ແຜ່ຂະຫຍາຍບັນດາຄຸນຄ່າທາງດ້ານວັດທະນະທຳທີ່ເປັນມູນເຊື້ອອັນດີງາມຂອງຊາດ ຫວຽດນາມ ມາເຂົ້າໃກ້ກັບນັກສຶກສາໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ ເທົ່ານັ້ນ ຫາກຍັງແມ່ນໂອກາດເພື່ອໃຫ້ພວກນ້ອງໆ ສົ່ງສານກ່ຽວກັບຈຸດວັດທະນະທຳອັນດີງາມໃຫ້ແກ່ເພື່ອນມິດສາກົນອີກດ້ວຍ.

ຢູ່ພິທີ, ບັນດາຜູ້ແທນພ້ອມກັບຄູອາຈານ ແລະ ນ້ອງໆນັກຮຽນໄດ້ພ້ອມກັນ ຮັບປະທານບັນດາເຍື່ອງອາຫານທີ່ເຂັ້ມຂົ້ນໄປດ້ວຍລົດຊາດບຸນເຕັດທີ່ເປັນມູນເຊື້ອ ຂອງ ຫວຽດນາມ ແລະ ເຊື່ອມຕົວເຂົ້າກັບຈັງຫວະທີ່ເບີກບານມ່ວນຊືນຕ້ອນຮັບລະດູບານໃໝ່ແຫ່ງບ້ານເກີດເມືອງນອນ.

ຕອບກັບ

ຂ່າວ/ບົດ​ອື່ນ