ໂຮນລັງຈັດຕັ້ງພິທີໄວ້ອາໄລບັນດາຜູ້ປະສົບເຄາະຮ້າຍໃນອຸບັດຕິເຫດເຮືອບິນMH17ຕົກ

ໂຮນລັງຈັດຕັ້ງພິທີໄວ້ອາໄລບັນດາຜູ້ປະສົບເຄາະຮ້າຍໃນອຸບັດຕິເຫດເຮືອບິນMH17ຕົກ - ảnh 1
ພິທີໄວ້ອາໄລດຳເນີນໄປໃນ 2 ຊົ່ວໂມງເຄິ່ງ
ພາບ:tinmoi.vn


(vovworld)- ພິທີ​ໄວ້ອາ​ໄລ​ບັນດາ​ຜູ້​ປະສົບ​ເຄາະ​ຮ້າຍ​ໃນ​ອຸບັດ​ຕິ​ເຫດ​ເຮຶອບິນ MH 17 ຂອງ​ບໍລິສັດ​ການບິນ Malaysia Airlines ຕົກ​ຢູ່​ພາກ​ຕາ​ເວັນ​ອອກ ຢູ​ແກຼນ ຖືກ​ຈັດ​ຂຶ້ນ​ຢ່າງ​ສົມ​ກຽດ​ໃນ​ເວລາ 16 ​ໂມງ (ຕາ​ມ​ເວລາ​ທ້ອງ​ຖິ່ນ) ​ໃນ​ວັນ​ທີ 23/7 ຢູ່ ​ໂຮ​ນລັງ. ທົ່ວປະ​ເທດ​ໂຮ​ນລັງ​ດຳ​​ເນີນ​ການ​ໄວ້ອາ​ໄລ. ບັນດາ​ເຮືອບິນ ​ແລະ ພາຫະນະ​ສັນຈອນ ລ້ວນ​ແຕ່​ຕ້ອງ​ຢຸດຕິ​ການ​ເຄື່ອນ​ໄຫວ. ກະຈາຍສຽງ,ໂທລະພາບທຸກຊ່ອງຂອງ​ ໂຮ​ນລັງ​  ລ້ວນ​ແຕ່​ຢຸດຕິ​ບັນດາ​ລາຍການບັນເທີງ. ອົງການປົກຄອງ, ອົງການທູຕານຸທູດ ແລະ ອົງການຕາງຫນ້າຂອງ ໂຮນລັງ ຢູ່ ຕ່າງປະເທດ ລ້ວນແຕ່ ຊັກ​ທຸງ​ຊາດ​ລົງ​ເຄິ່ງ​ເສົາ.

        ສົບ​ຂອງ​ບັນດາ​ຜູ້​ປະສົບ​ເຄາະ​ຮ້າ​ຍ​ຖືກ​ສົ່ງ​ເຖິງ​ຖານ​ທີ່​ໝັ້ນ​ການ​ທະຫານ​ແຫ່ງ​ຫນຶ່ງ​ຢູ່ ນະຄອນ  Hilversum ປະ​ເທດ​ໂຮ​ນລັງ​ເພື່ອຈຳ​ຮູບຊົງ. ທ່ານ​ນາຍົກລັດຖະມົນຕີ ​ໂຮ​ນລັງ Mark Rute ຢືນຢັນ​ວ່າ: ພາຍຫລັງ ມີ​ໝາກຜົນ​ຈຳ​ຮູບຊົງ ຈະ​​ແຈ້ງ​ໃຫ້​ຍາດຕິ​ພິ່ນ້ອງ​ຂອງ​ບັນດາ​ຜູ້​ປະສົບ​ເຄາະ​ຮ້າຍ​ຮັບ​ຊາບ ​ແລະ ​ສຳລັບ​ບັນດາ​ກໍ​ລະ​ນີສັບສົນ ອາດ​ຈະ​​ເສຍ​ເວລາ 2,3 ອາທິດ ຊ້ຳ​ບໍ່​ໜຳ 2,3 ​ເດືອນ​ຈຶ່ງ ຈຳ​ຮູບຊົງ​ໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ