ໃນ 24 ຊົ່ວ​ໂມງ​ຜ່ານ​ມາ, ຈຳ​ນວນ​ຜູ້​ຕິດ​ເຊື້ອ​ໂຄວິດ - 19 ຢູ່ ຫວຽດ​ນາມ ຫຼຸດ​ລົງ​ເກືອບ 500 ຄົນ

(VOVWORLD) -ວັນທີ 6 ພຶດສະພາ ຫວຽດນາມ ມີຜູ້ຕິດເຊື້ອໂຄວິດ - 19 ຕື່ມອີກ 3.819 ຄົນ ຢູ່ 56 ແຂວງ, ນະຄອນ, ຫຼຸດລົງເກືອບ 500 ຄົນ ເມື່ອທຽບໃສ່ວັນທີ 5 ພຶດສະພາ. 
ໃນ 24 ຊົ່ວ​ໂມງ​ຜ່ານ​ມາ, ຈຳ​ນວນ​ຜູ້​ຕິດ​ເຊື້ອ​ໂຄວິດ - 19 ຢູ່ ຫວຽດ​ນາມ ຫຼຸດ​ລົງ​ເກືອບ 500 ຄົນ - ảnh 1ການກວດສຸຂະພາບກ່ອນສັກວັກຊິນກັນພະຍາດໂຄວິດ - 19 (ພາບ: TTXVN)

ລາຍການຂ່າວກ່ຽວກັບວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໃນວັນທີ 6 ພຶດສະພາ ຂອງກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ ມີຜູ້ຕິດເຊື້ອໂຄວິດ - 19 ຕື່ມອີກ 3.819 ຄົນ ຢູ່ 56 ແຂວງ, ນະຄອນ, ຫຼຸດລົງເກືອບ 500 ຄົນ ເມື່ອທຽບໃສ່ວັນທີ 5 ພຶດສະພາ ແລະ ມີສັກວັກຊິນກັນພະຍາດໂຄວິດ - 19 ກວ່າ 1,7 ລ້ານໂດສ ໄດ້ສັກໃຫ້ແກ່ເດັກໃນເກນອາຍຸແຕ່ 5 ຫາ 12 ປີ.

          ໄລ່ມາຮອດປັດຈຸບັນ, ອັດຕາຜູ້ສັກວັກຊິນກັນພະຍາດໂຄວິດ - 19 ຄົບ 2 ເຂັມສຳລັບຜູ້ມີອາຍຸແຕ່ 18 ປີຂຶ້ນໄປແມ່ນ 100%; ເຂັມທີ 3 ແມ່ນ 57,7%; ສ່ວນສຳເລັດຢູ່ໃນເກນອາຍຸແຕ່ 12 – 17, ເຂັມທີໜຶ່ງແມ່ນ 100% ແລະ ເຂັມທີ 2 ແມ່ນ 96,4%. 13,7% ເດັກຢູ່ໃນເກນອາຍຸແຕ່ 5 ຫາຕ່ຳກວ່າ 12 ປີ ກໍໄດ້ຮັບການສັກວິນຊິນເຂັມທີ 1 ແລ້ວ.

ຕອບກັບ

ຂ່າວ/ບົດ​ອື່ນ