ໃນ 24 ຊົ່ວ​ໂມງ​ຜ່ານ​ມາ, ຫວຽດ​ນາມ ຢັ້ງ​ຢືນ​ມີ​ຜູ້​ຕິດ​ເຊື້ອ​ລາຍ​ໃໝ່​ຕື່ມ​ອີກ 8.776 ຄົນ

(VOVWORLD) -ພາຍໃນ 24 ຊົ່ວໂມງຜ່ານມາ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອທັງໝົດ 8.776 ຄົນ, ໃນນັ້ນ, ນະຄອນ ໂຮ່ຈີມິນ ແມ່ນທ້ອງຖິ່ນມີຈຳນວນຜູ້ຕິດເຊື້ອຫຼາຍທີ່ສຸດ ດ້ວຍ 3.416 ຄົນ, ຮ່າໂນ້ຍ ມີ 40 ຄົນ. 
ໃນ 24 ຊົ່ວ​ໂມງ​ຜ່ານ​ມາ, ຫວຽດ​ນາມ ຢັ້ງ​ຢືນ​ມີ​ຜູ້​ຕິດ​ເຊື້ອ​ລາຍ​ໃໝ່​ຕື່ມ​ອີກ 8.776 ຄົນ - ảnh 1ໃນວັນທີ 10 ສິງຫາ, ທ້ອງຖິ່ນຕ່າງໆໃນທົ່ວປະເທດ ຜັນຂະຫຍາຍການສັກວັກຊິນກັນພະຍາດໂຄວິດ - 19 ໄດ້ຫຼາຍກວ່າ 1,4 ລ້ານໂດສ (ພາບ: TTXVN)

ນັບແຕ່ເວລາ 6 ໂມງ ຫາ 18 ໂມງ 30 ນາທີ ຂອງວັນທີ 11 ສິງຫາ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຕື່ມອີກ 3.960 ຄົນ. ເປັນອັນວ່າ, ພາຍໃນ 24 ຊົ່ວໂມງຜ່ານມາ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອທັງໝົດ 8.776 ຄົນ, ໃນນັ້ນ, ນະຄອນ ໂຮ່ຈີມິນ ແມ່ນທ້ອງຖິ່ນມີຈຳນວນຜູ້ຕິດເຊື້ອຫຼາຍທີ່ສຸດ ດ້ວຍ 3.416 ຄົນ, ຮ່າໂນ້ຍ ມີ 40 ຄົນ. 

  ເປັນອັນວ່າ, ໄລ່ຮອດຕອນຄ່ຳວັນທີ 11 ສິງຫາ, ໃນທົ່ວປະເທດ ມີຜູ້ຕິດເຊື້ອລວມທັງໝົດ 236.901 ຄົນ ແລະ ມີ 85.154 ຄົນ ໄດ້ຮັບການປິ່ນປົວຫາຍດີແລ້ວ.

        ໃນວັນທີ 10 ສິງຫາ, ທ້ອງຖິ່ນຕ່າງໆໃນທົ່ວປະເທດ ຜັນຂະຫຍາຍການສັກວັກຊິນກັນພະຍາດໂຄວິດ - 19 ໄດ້ຫຼາຍກວ່າ 1,4 ລ້ານໂດສ, ອັນໄດ້ຍົກຈຳນວນວັກຊິນທັງໝົດ ທີ່ ຫວຽດນາມ ໄດ້ຜັນຂະຫຍາຍການສັກໄປແລ້ວ ແມ່ນກວ່າ 11,3 ລ້ານໂດສ.

     

 

ຕອບກັບ

ຂ່າວ/ບົດ​ອື່ນ