ໃນ 24 ຊົ່ວ​ໂມງ​ຜ່ານ​ມາດ, ທົ່ວ​ໂລກ​ມີ​ຜູ້​ເສຍ​ຊີ​ວິດ​ຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19 ຕື່​ມ​ອີກ 6.160 ຄົນ

(VOVWORLD) - ຕາມເວັບໄຊສະຖິຕິ worldometer.info ແລ້ວ, ໃນຮອບເວລາ 24 ຊົ່ວໂມງຜ່ານມາ, ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກວ່າ 377.000 ຄົນ ແລະ ມີ 6.160 ຄົນເສຍຊີວິດ, ອັນໄດ້ຍົກຈຳນວນຜູ້ຕິດເຊື້ອທັງໝົດໃນທົ່ວໂລກສະສົມເກືອບ 222 ລ້ານ, ໃນນັ້ນ ມີກວ່າ 4,58 ລ້ານຄົນເສຍຊີວິດ.
ໃນ 24 ຊົ່ວ​ໂມງ​ຜ່ານ​ມາດ, ທົ່ວ​ໂລກ​ມີ​ຜູ້​ເສຍ​ຊີ​ວິດ​ຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19 ຕື່​ມ​ອີກ 6.160 ຄົນ - ảnh 1ການປິ່ນປົວໃຫ້ແກ່ຄົນເຈັບຕິດເຊື້ອພະຍາດໂຄວິດ - 19 ຢູ່ ອາເມລິກາ (ພາບ: Getty Images/TTXVN)

ສາມປະເທດທີ່ມີຈຳນວນຜູ້ຕິດເຊື້ອສູງທີ່ສຸດໃນໂລກ ໃນຮອບເວລາ 24 ຊົ່ວໂມງ ຜ່ານມາແມ່ນ ອັງກິດ (ກວ່າ 41.000 ຄົນ), ອາເມລິກາ (ກວ່າ 34.000 ຄົນ) ແລະ ອິນເດຍ (ກວ່າ 30.000 ຄົນ). ໃນຂະນະນັ້ນ, ສາມປະເທດມີຈຳນວນຜູ້ເສຍຊີວິດຫຼາຍທີ່ສຸດໃນຮອບເວລາ 24 ຊົ່ວໂມງຜ່ານມາ ແມ່ນ ລັດເຊຍ (790 ຄົນ), ອິນໂດເນເຊຍ (612 ຄົນ) ແລະ ອີຣານ (583 ຄົນ).

        ໃນຂະນະທີ່ຈຳນວນຜູ້ຕິດເຊື້ອໂຄວິດ - 19 ຍ້ອນເຊື້ອໄວຣັດສາຍພັນ Delta ໄດ້ເພີ່ມຂຶ້ນໃນທົ່ວໂລກນັ້ນ, ບັນດານັກຊ່ຽວຊານໂລກພັດສືບຕໍ່ໃຫ້ຄຳກ່າວເຕືອນກ່ຽວກັບໄວຣັດສາຍພັນໃໝ່ທີ່ມີຊື່ວ່າ Mu. ວົງການນັກຊ່ຽວຊານສາທາລະນະສຸກ ກ່າວເຕືອນວ່າ ຄວນຕິດຕາມໄວຣັດສາຍພັນນີ້ຢ່າງແໜ້ນແຟ້ນ ຍ້ອນວ່າ ມັນອາດຈະມີກຳລັງແຜ່ລາມສູງກວ່າ, ອັນຕະລາຍກວ່າ ແລະ ສາມາດຕ້ານຄືນວັກຊິນກັນພະຍາດໂຄວິດ - 19 ໄດ້. ໄວຣັດສາຍພັນ Mu  ຫຼື ຍັງໄດ້ເອີ້ນວ່າ ໄວຣັດສາຍພັນໃໝ່  B.1.621, ກວດພົບຄັ້ງທຳອິດຢູ່ ໂກລົມເບຍ ໃນເດືອນມັງກອນ ຜ່ານມາ.

 

ຕອບກັບ

ຂ່າວ/ບົດ​ອື່ນ