ໃນ24 ຊົ່ວໂມງທີ່ຜ່ານມາ, ຫວຽດນາມຢັ້ງຢືນມີຜູ້ຕິດເຊື້ອ ໂຄວິດ-19 ເກືອບ 15.800 ຄົນ

(VOVWORLD) -ນັບແຕ່ເວລາ 16 ໂມງຂອງວັນທີ 8 ມັງກອນ ຫາ ເວລາ 16 ໂມງຂອງວັນທີ 9 ມັງກອນ,  ຫວຽດນາມຢັ້ງຢືນມີຜູ້ຕິດເຊື້ອ ໂຄວິດ-19 ໃໝ່ 15.779 ຄົນ, ໃນນັ້ນ ມີ 28 ກໍລະນີມາຈາກຕ່າງປະເທດ
ໃນ24 ຊົ່ວໂມງທີ່ຜ່ານມາ, ຫວຽດນາມຢັ້ງຢືນມີຜູ້ຕິດເຊື້ອ ໂຄວິດ-19 ເກືອບ 15.800 ຄົນ - ảnh 1ການເອົາຕົວຢ່າງມາວິໄຈຫາເຊື້ອ

    ເປັນອັນວ່າ ມາຮອດປະຈຸບັນ, ຫວຽດນາມມີຜູ້ຕິດເຊື້ອ ໂຄວິດ-19 ລວມທັງໝົດ 1.899.575   ຄົນ, ຢືນອັນດັບ 28/224 ປະເທດ ແລະ ເຂດແຄ້ວນ

    ກໍໃນວັນທີ 9 ມັງກອນ, ຫວຽດນາມ ມີຜູ້ຕິດເຊື້ອ ໂຄວິດ-19 ຈຳນວນ  12.210 ຄົນ ໄດ້ຮັບການປິ່ນປົວຫາຍດີ, ອັນໄດ້ຍົກຍອດຈຳນວນ ຜູ້ຕິດເຊື້ອ ໂຄວິດ-19 ໄດ້ຮັບການປິ່ນປົວຫາຍດີຂຶ້ນເປັນ 1.500.248 ຄົນ. ໃນວັນດຽວກັນ, ຫວຽດນາມຢັ້ງຢືນມີຜູ້ຕິດເຊື້ອຖືກເສຍຊີວິດ 202 ຄົນ

    ໄລ່ຮອດ 10 ໂມງເຊົ້າ ວັນທີ 9 ມັງກອນ, ຫວຽດນາມ ສັກວັກຊີນປ້ອງກັນພະຍາດໂຄວິດ-19 ໄດ້ຫຼາຍກ່ວາ 160 ລ້ານໂດສ.    ປະຈຸບັນອັດຕາການສັກວັກຊິນຢ່າງໜ້ອຍ 1 ເຂັມ ແມ່ນ 99,8% ແລະ ອັດຕາການສັກວັກຊີນ 2 ເຂັມແມ່ນ 92,1% ຈຳນວນປະຊາກອນໄວ 18 ປີຂຶ້ນໄປ

ຕອບກັບ

ຂ່າວ/ບົດ​ອື່ນ