ໃນເວ​ລາ 24 ຊົ່ວ​ໂມງ​ຜ່ານ​ມາ, ຫວຽດ​ນາມ ຢັ້ງ​ຢືນ​ມີ​ຜູ້​ຕິດ​ເຊື້ອ​ໂຄວິດ - 19 ໃໝ່​ຕື່ມ​ອີກ 3.797 ຄົນ

(VOVWORLD) -ນັບແຕ່ເວລາ 17 ໂມງຂອງວັນທີ 14 ຕຸລາ ຫາເວລາ 17 ໂມງຂອງວັນທີ 15 ຕຸລາ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກ 3.797 ກໍລະນີ ຢູ່ 47 ແຂວງ, ນະຄອນ, ໃນນັ້ນ ມີ 8 ກໍລະນີເຂົ້າເມືອງ ຫວຽດນາມ.
ໃນເວ​ລາ 24 ຊົ່ວ​ໂມງ​ຜ່ານ​ມາ, ຫວຽດ​ນາມ ຢັ້ງ​ຢືນ​ມີ​ຜູ້​ຕິດ​ເຊື້ອ​ໂຄວິດ - 19 ໃໝ່​ຕື່ມ​ອີກ 3.797 ຄົນ - ảnh 1ການເກັບຕົວຢ່າງກວດຫາເຊື້ອໄວຣັດ SARS - CoV - 2 (ພາບ: TTXVN)

ຕາມລາຍການຂ່າວກ່ຽວກັບພະຍາດໂຄວິດ - 19 ວັນທີ 15 ຕຸລາ ຂອງກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ ນັບແຕ່ເວລາ 17 ໂມງຂອງວັນທີ 14 ຕຸລາ ຫາເວລາ 17 ໂມງຂອງວັນທີ 15 ຕຸລາ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກ 3.797 ກໍລະນີ ຢູ່ 47 ແຂວງ, ນະຄອນ, ໃນນັ້ນ ມີ 8 ກໍລະນີເຂົ້າ ຫວຽດນາມ. ໄລ່ມາຮອດປັດຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອໂຄວິດ - 19 ລວມທັງໝົດ 857.639 ກໍລະນີ, ຢືນອັນດັບທີ 40 ໃນຈຳນວນ 223 ປະເທດ ແລະ ເຂດແຄວ້ນ, ໃນຂະນະ ອັດຕາຜູ້ຕິດເຊື້ອຕໍ່ 1 ລ້ານຄົນ, ຫວຽດນາມ ຢືນອັນດັບທີ 155 ໃນຈຳນວນ 223 ປະເທດ ແລະ ເຂດແຄວ້ນ.

          ໃນວັນທີ 15 ຕຸລາ, ຫວຽດນາມ ມີຜູ້ຕິດເຊື້ອໂຄວິດ - 19 ຈຳນວນ 918 ຄົນ ໄດ້ຮັບການປິ່ນປົວຫາຍດີ ແລະ ມີ 93 ຄົນເສຍຊີວິດ. ເປັນອັນວ່າ, ຈຳນວນຜູ້ຕິດເຊື້ອໂຄວິດ - 19 ໄດ້ຮັບການປິ່ນປົວຫາຍດີຢູ່ ຫວຽດນາມ ແມ່ນ 788.923 ຄົນ, ມີຜູ້ເສຍຊີວິດຍ້ອນໂລກລະບາດໂຄວິດ - 19 ທັງໝົດ 21.043 ຄົນ, ກວມເອົາອັດຕາ 2,4% ເມື່ອທຽບໃສ່ຈຳນວນຜູ້ຕິດເຊື້ອ.

ໄລ່ມາຮອດປັດຈຸບັນ, ຫວຽດນາມ ໄດ້ຜັນຂະຫຍາຍການສັກວັກຊິນກັນພະຍາດໂຄວິດ - 19 ລວມທັງໝົດ 59.003.239 ໂດສ, ໃນນັ້ນ ຜູ້ສັກເຂັມທີ 2 ແມ່ນ 17.191.810 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ