ໃຫ້​ສັດ​ຕະ​ຍາ​ບັນການ​ພົ້ນ​ຕຳ​ແໜ່ງ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໜ​ຶ່ງ​ທ່ານ ແລະ ລັດ​ຖະ​ມົນ​ຕີ, ຫົວ​ໜ້າ​ຂະ​ແໜງ 12 ທ່ານ

(VOVWORLD) -ສະພາແຫ່ງຊາດໄດ້ປ່ອນບັດໃຫ້ສັດຕະຍາບັນການພົ້ນຕຳແໜ່ງຮອງນາຍົກລັດຖະມົນຕີ ແກ່ທ່ານ ຈິ້ງດິ່ງຢຸງ ແລະ ລັດຖະມົນຕີ, ຫົວໜ້າບັນດາອົງການທຽບເທົ່າກະຊວງ 12 ທ່ານ. 
ໃຫ້​ສັດ​ຕະ​ຍາ​ບັນການ​ພົ້ນ​ຕຳ​ແໜ່ງ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໜ​ຶ່ງ​ທ່ານ ແລະ ລັດ​ຖະ​ມົນ​ຕີ, ຫົວ​ໜ້າ​ຂະ​ແໜງ 12 ທ່ານ - ảnh 1ສະພາແຫ່ງຊາດຮັບຮອງເອົາການພົ້ນຕຳແໜ່ງຮອງນາຍົກລັດຖະມົນຕີ ແກ່ທ່ານ ຈິ້ງດິ່ງຢຸງ (ພາບ: anninhthudo.vn)

  ຕອນບ່າຍວັນທີ 7 ເມສາ, ສະພາແຫ່ງຊາດໄດ້ປ່ອນບັດໃຫ້ສັດຕະຍາບັນການພົ້ນຕຳແໜ່ງຮອງນາຍົກລັດຖະມົນຕີ ແກ່ທ່ານ ຈິ້ງດິ່ງຢຸງ ແລະ ລັດຖະມົນຕີ, ຫົວໜ້າບັນດາອົງການທຽບເທົ່າກະຊວງ 12 ທ່ານ. ຕາມໝາກຜົນຂອງການປ່ອນບັດແລ້ວ ມີ 94,58 % ສະມາຊິກສະພາແຫ່ງຊາດ ເຫັນດີນຳ.

        ຕາມນັ້ນແລ້ວ, ສະພາແຫ່ງຊາດໃຫ້ສັດຕະຍາບັນການພົ້ນຕຳແໜ່ງ ຮອງນາຍົກລັດຖະມົນຕີໃຫ້ທ່ານ ຈິ້ງດິ່ງຢຸງ. ສະມາຊິກລັດຖະບານ 12 ທ່ານ ທີ່ນອນໃນບັນຊີລາຍຊື່ພົ້ນຕຳແໜ່ງ ລວມມີ: ທ່ານ ໂງຊວັນລິກ - ລັດຖະມົນຕີກະຊວງປ້ອງກັນປະເທດ; ທ່ານຟ້າມບິ່ງມິນ - ລັດຖະມົນຕີກະຊວງການຕ່າງປະເທດ (ຍັງຮັກສາຕຳແໜ່ງເປັນຮອງນາຍົກລັດຖະມົນຕີ); ທ່ານ ດິງຕ໊ຽນຢຸງ - ລັດຖະມົນຕີກະຊວງການເງິນ; ທ່ານ ເຈິ່ນຕ໊ວນແອັງ - ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ; ທ່ານ ຟ້າມຮົ່ງຮ່າ - ລັດຖະມົນຕີກະຊວງກໍ່ສ້າງ; ທ່ານ ຟຸ່່ງຊວັນຫຍ້າ - ລັດຖະມົນຕີກະຊວງສຶກສາ ແລະ ກໍ່ສ້າງ; ທ່ານ ຫງວຽນຊວັນເກືອງ - ລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ…

ຕອບກັບ

ຂ່າວ/ບົດ​ອື່ນ