ໄຂກອງປະຊຸມ ເຈລະຈາຕ້ານການ ສໍ້ລາດບັງຫຼວງຄັ້ງທີ 11

ໄຂກອງປະຊຸມ ເຈລະຈາຕ້ານການ ສໍ້ລາດບັງຫຼວງຄັ້ງທີ 11 - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ
ເຂົ້າຮ່ວມການເຈລະຈາຕ້ານການສໍ້ລາດບັງຫຼວງຄັ້ງທີ 11

(ພາບ: vietnamplus.vn)

(vovworld) -     ການເຈລະຈາຕ້ານການສໍ້ລາດບັງຫຼວງຄັ້ງທີ 11 ໂດຍສະຖານທູດອັງກິດ ສົມທົບກັບ​ອົງການ​ກວດກາລັດຖະບານ ​ແລະ ຫ້ອງການ​ຊີ້​ນ້ຳ​ສູນ​ກາງ​ກ່ຽວ​ກັບ​ການ​ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ​ເຊິ່ງຈັດ​ຂຶ້ນ​ໃນ​ວັນ​ທີ 6/12, ຢູ່​ຮ່າໂນ້ຍ. ດ້ວຍ​ຫົວ​ຂໍ້​ວ່າ “ວຽກ​ງານ​ປ້ອງ​ກັນ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ຢູ່​ທ້ອງ​ຖິ່ນ: ສະພາບ​ຕົວ​ຈິງ ​ແລະ ມາດ​ຕະການ​ແກ້​ໄຂ”, ການ​ເຈລະຈາ​ແມ່ນ​ໂອກາດ​ເພື່ອ​ແລກປ່ຽນ​ບົດຮຽນ​ລະຫວ່າງ​ບັນດາ​ແຂວງ, ນະຄອນ ຢູ່​ຫວຽດນາມ ກັບ​ບາງ​ທ້ອງ​ຖິ່ນ​ທີ່​ພົ້ນ​ເດັ່ນ​ໃນ​ໂລກ ກ່ຽວ​ກັບ​ມາດ​ຕະການຕ່າງໆຢ່າງ​ມີ​ປະສິດທິ​ຜົນ ​ແລະ ບັນດາ​ສິ່ງ​ທ້າ​ທາຍ​ໃນ​ຂົງ​ເຂດ​ປ້ອງ​ກັນ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ. ນີ້​ກໍ່​ແມ່ນ​ໂອກາດ​ເພື່ອ​​ໃຫ້​ລັດຖະບານ​ຫວຽດນາມ ​ແລະ ຄູ່​ຮ່ວມ​ມື​ອຸປະຖຳ​​ພັດທະນາ ປຶກສາ​ຫາລືບັນດາ​​ຄວາມ​ມານະ​ພະຍາຍາມ​ປ້ອງ​ກັນ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ຂອງ​ທ້ອງ​ຖິ່ນ​ຕ່າງໆ.

ກ່າວ​ຄວາມ​ເຫັນ​ທີ່​ການ​ເຈລະຈາ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຊີ້​ແຈ້ງວ່າ, ປະຈຸ​ບັນ​ໄພ​ສໍ້​ລາດ​ບັງ​ຫຼວງ​ໄດ້​ກາຍ​ເປັນ​ການ​ທ້າ​ທາຍ​ໃນ​ທົ່ວ​ໂລກ ​ແລະ ນັບ​ມື້​ນັບ​ມີ​ຫຼາຍ​ຮູບ​ການ​ຢ່າງ​ສັບສົນ. ທ່ານ​ຢືນຢັນ​ວ່າ:

”ການ​ຕໍ່ສູ້​ຕ້ານການ​ສໍ້​ລາດ​ບັງ​ຫຼວງ ​ແມ່ນ​ການ​ຕໍ່ສູ້​ໃນ​ໄລຍະ​ຍາວ ​ແລະ ຈຳ​ເປັນ​ຕ້ອງ​ມີ​ການ​ຮ່ວມ​ມື​ຂອງ​ທຸກໆ​ປະ​ເທດ. ທີ່​ເວທີ​ປາ​ໄສ​ຄັ້ງ​ນີ້, ລັດຖະບານ​ຫວຽດນາມ, ອຳນາດ​ການ​ປົກຄອງ​ທຸກ​ຂັ້ນ, ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດສິນ​ໃຈ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ຢ່າງ​ເດັດ​ດຽວ ​ແລະ ​ແຂງ​ແຮງ​ກວ່າ​ອີກ ດ້ວຍ​ການ​ກະທຳ​ຕ່າງໆ​ຢ່າງ​ທັນ​ການ. ​ເຂົ້າ​ຮ່ວມ​ຄວາມ​ມານະ​ພະຍາຍາມ​ນັ້ນ, ລັດ​ຫວຽດນາມ ​​ກໍ່ໄດ້​ມີ​ແຜນ​ນະ​ໂຍບາຍ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ, ອົງການ​ຈັດ​ຕັ້ງ​ສາກົນ​ຕ່າງໆ ​ເພື່ອ​ແນ​ໃສ່​ແລກປ່ຽນ​ຂໍ້​ມູນ​ຂ່າວສານ, ຊຸກຍູ້​ການ​ໜູນ​ຊ່ວຍ​ທາງ​ດ້ານ​ເຕັກນິກ, ປະຕິບັດ​ການ​ໜູນ​ຊ່ວຍ​ດ້ານ​ຍຸຕິ​ທຳ​ທາງ​​ອາຍາ, ​ແລະ​ຖອນ​ຄືນ​ຊັບ​ສົມບັດເທື່ອ​ລະ​ກ້າວ”

 

ຂ່າວ/ບົດ​ອື່ນ