ໄຂ​ກອງ​ປະຊຸມ​ກຸ່ມ​ເຈົ້າໜ້າທີ່ອາວຸ​ໂສ​ປ້ອງ​ກັນ​ປະ​ເທດ ອາຊຽນ

(VOVWORLD) -ກອງປະຊຸມຖືກຈັດຂຶ້ນ ເພື່ອແນໃສ່ສ້າງສໍາເລັດບັນດາເອກະສານ, ເນື້ອໃນ ແລະ ວຽກງານກະກຽມ ໃຫ້ແກ່ບັນດາກອງປະຊຸມປ້ອງກັນປະເທດ ອາຊຽນ.
ໄຂ​ກອງ​ປະຊຸມ​ກຸ່ມ​ເຈົ້າໜ້າທີ່ອາວຸ​ໂສ​ປ້ອງ​ກັນ​ປະ​ເທດ ອາຊຽນ - ảnh 1ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ (ພາບ:TTXVN)

        ຕອນເຊົ້າວັນທີ 9 ມັງກອນ, ກອງປະຊຸມກຸ່ມເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດອາຊຽນ (ADSOM WG) ໄດ້ໄຂຂຶ້ນຢູ່ນະຄອນດ່າໜັງ ດ້ວຍການເຂົ້າຮ່ວມຂອງຜູ້ແທນຫຼາຍກວ່າ 80 ທ່ານ ເປັນຜູ້ຕາງໜ້າບັນດາອົງການວາງແຜນກໍານົດນະໂຍບາຍປ້ອງກັນຊາດຂອງ ກະຊວງປ້ອງກັນປະເທດ ຈາກ 10 ປະເທດ ອາຊຽນ ແລະ ຄະນະເລຂາທິການອາຊຽນ. ກອງປະຊຸມຖືກຈັດຂຶ້ນ ເພື່ອແນໃສ່ສ້າງສໍາເລັດບັນດາເອກະສານ, ເນື້ອໃນ ແລະ ວຽກງານກະກຽມ ໃຫ້ແກ່ບັນດາກອງປະຊຸມປ້ອງກັນປະເທດ ອາຊຽນ, ໃນນັ້ນມີກອງປະຊຸມເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດ ອາຊຽນ ((ADSOM), ກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດ ອາຊຽນ ຄັ້ງທີ 14 (ADMM – 14) ແລະ ກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດ ບັນດາປະເທດ ອາຊຽນ ເປີດກວ້າງ ຄັ້ງທີ 7 ((ADMM+ ຄັ້ງທີ 7).

        ຈຸດປະສົງຂອງບັນດາກອງປະຊຸມດັ່ງກ່າວ, ການເຄື່ອນໄຫວທາງການທະຫານ - ການປ້ອງກັນຊາດໃນປີ ຫວຽດນາມ ດໍາລົງຕໍາແໜ່ງເປັນປະທານ ອາຊຽນ ແມ່ນ: ຊຸກຍູ້ການສ້າງສັນຕິພາບ, ສະຖຽນລະພາບໃນພາກພື້ນ ຜ່ານການເຈລະຈາ, ການຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ; ແນະນໍາບັນດາເຈົ້າໜ້າທີ່ປ້ອງກັນປະເທດ, ຜູ້ບັນຊາການທະຫານຂັ້ນສູງ ກ່ຽວກັບວິທີການເຈລະຈາ, ການຮ່ວມມືໃນຂົງເຂດປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ລະຫວ່າງບັນດາປະເທດສະມາຊິກ ອາຊຽນ, ລະຫວ່າງ ອາຊຽນ ແລະ ບັນດາປະເທດ ຄູ່ຮ່ວມມື; ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ ຜ່ານການຊອກຮູ້ກ່ຽວກັບບັນດາສິ່ງທ້າທາຍໃນຂົງເຂດປ້ອງກັນຊາດ, ປ້ອງກັນຄວາມສະຫງົບໃນພາກພື້ນ ໃຫ້ນັບມື້ນັບເລິກເຊິ່ງກວ່າ ກໍຄືເພີ່ມທະວີລັກສະນະຈະແຈ້ງ ແລະເປີດເຜີຍ ລະຫວ່າງບັນດາປະເທດ.

        ກ່ອນໜ້ານັ້ນ, ຕອນບ່າຍວັນທີ 8 ມັງກອນ, ຄະນະຜູ້ແທນຫວຽດນາມ ໄດ້ມີບັນດາການເຄື່ອນໄຫວພົບປະສອງຝ່າຍກັບຄະນະຜູ້ແທນບັນດາປະເທດ ອາຊຽນ ທີ່ເຂົ້າຮ່ວມກອງປະຊຸມດັ່ງກ່າວ. 

ຕອບກັບ

ຂ່າວ/ບົດ​ອື່ນ