ໄຂ​ກອງ​ປະ​ຊຸມຄັ້ງ​ທີ 15 ຂອງຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ ຊຸດ​ທີ 12

(VOVWORLD) -ຕອນເຊົ້າວັນທີ 16 ມັງກອນ, ຢູ່ຮ່າໂນ້ຍ, ກອງປະຊຸມ ຄັ້ງທີ 15 ຂອງຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ຊຸດທີ 12 ໄດ້ຖືກໄຂຂຶ້ນຢ່າງສົມກຽດ.
ໄຂ​ກອງ​ປະ​ຊຸມຄັ້ງ​ທີ 15 ຂອງຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ ຊຸດ​ທີ 12 - ảnh 1ພິທີໄຂກອງປະຊຸມຄັ້ງທີ 15 ຂອງຄະນະບໍລິຫານງານສູນກາງພັກ ຊຸດທີ 12

ກ່າວຄຳເຫັນໄຂກອງປະຊຸມ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝຸຈ້ອງ ເນັ້ນໜັກວ່າ: ກອງປະຊຸມຄັ້ງນີ້ມີຄວາມໝາຍສຳຄັນພິເສດ, ສືບຕໍ່ປະຕິບັດໃຫ້ສົມບູນແບບກ່ຽວກັບວຽກງານບຸກຄະລາກອນເຂົ້າຮ່ວມຄະນະບໍລິຫານງານສູນກາງພັກ, ກົມການເມືອງ, ຄະນະເລຂາ ແລະ ກະກຽມບຸກຄະລາກອນການນຳຫຼັກແຫຼ່ງ.  ທ່ານສະເໜີວ່າ:

        “ຂ້າພະເຈົ້າສະເໜີໃຫ້ບັນດາກຳມະການສູນກາງພັກ ຈົ່ງຄົ້ນຄວ້າໃບສະເໜີຂອງກົມການເມືອງ ແລະ ເອກະສານຕ່າງໆທີ່ກ່ຽວຂ້ອງຢ່າງລະອຽດ, ປຶກສາຫາລື, ປະກອບຄຳເຫັນໃສ່ບົດລາຍງານຂອງຄະນະບໍລິຫານງານສູນກາງພັກຊຸດທີ 12 ກ່ຽວກັບວຽກງານບຸກຄະລາກອນ ຄະນະບໍລິຫານງານສູນກາງພັກຊຸດທີ 13; ພ້ອມທັງພິຈາລະນາສະເໜີບຸກຄະລາກອນ 4 ຄົນ ເຂົ້າໃນຕຳແໜ່ງນຳພາຫຼັກແຫຼ່ງໃນຊຸດທີ 13”.

        ຄາດວ່າ, ກອງປະຊຸມສູນກາງພັກຄັ້ງທີ 15 ຈະດຳເນີນແຕ່ວັນທີ 16 ມັງກອນ ຫາວັນທີ 18 ມັງກອນ 2021.


ຕອບກັບ

ຂ່າວ/ບົດ​ອື່ນ