ໄຂກອງປະຊຸມຄັ້ງທີ 31 ຂອງ FAO ພາກພື້ນອາຊີ - ປາຊີຟິກ

ໄຂກອງປະຊຸມຄັ້ງທີ 31 ຂອງ FAO ພາກພື້ນອາຊີ - ປາຊີຟິກ - ảnh 1
ຜູ້ອຳນວຍການໃຫຍ່ອົງການ Fao
ແລະນາຍົກລັດຖະມົນຕີຫວຽດນາມ
( ພາບ: vietnamplus.vn )

( vovworld ) - ວັນ​ທີ 15/3, ຢູ່​ຮ່າ​ໂນ້ຍ, ກອງ​ປະຊຸມ​ຄັ້ງ​ທີ 31 ຂອງ​ອົງການ​ອາຫານ ​ແລະ ການ​ກະ​ເສດ​ສະຫະ​ປະຊາ​ຊາດ ( FAO ) ພາກ​ພື້ນ​ອາຊີ - ປາຊີ​ຟິກ ດ້ວຍ​ຫົວ​ຂໍ້​ວ່າ “ ຄ້ຳປະກັນ​ສະບຽງ​ອາຫານ ​ແລະ ຫຼຸດຜ່ອນ​ຄວາມທຸກ​ຍາກ​ອຶດຫິວ​​ຢູ່​ເຂດ​ຊົນນະບົດ ” ​ໄດ້​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ. ທ່ານ​ນາຍົກລັດຖະມົນຕີຫວຽ​ດນາມ ຫງວຽນ​ເຕີນ​ຢຸງ ພ້ອມ​ກັບ​ບັນດາ​ຄະນະ​ຜູ້​ແທນ​ທີ່​ມາ​ຈາກ 10 ປະ​ເທດ ​ແລະ ອົງການຈັດ​ຕັ້ງ​ສາກົນ​ໄດ້ເຂົ້າ​ຮ່ວມ​ກອງ​ປະຊຸມ. ກອງ​ປະຊຸມ​ຄັ້ງ​ນີ້​ຈະ​ປຶກສາ​ຫາລື​ບັນດາ​ຂໍ້​ສະ​ເໜີ​ແນະ​ ກອງ​ປະຊຸມ​ເຈົ້າໜ້າ​ທີ່​ຂັ້ນ​ສູງ​ຍື່ນ​ສະ​ເໜີ ​ແລະ ຮັບ​ຮ້ອງ​ເອົາ​ບັນດາ​ຂໍ້​ຕົກລົງ​ທີ່​ສຳຄັນ​​ເຊິ່ງ​ກ່ຽວຂ້ອງ​ເຖິງ​ໂຄງການ​ດຳ​ເນີນ​ງານ​ຂອງ​ພາກ​ພື້ນ​ໃນ​ໄລຍະ 2012 – 2013. ນີ້​ແມ່ນ​ບັນດາ​ບັນຫາ​ແທດ​ຈິງ ​ແລະ ຮີບ​ດ່ວນ​ໃນ​ປະຈຸ​ບັນ ຂະນະ​ທີ່​ຍັງ​ມີ​ເກືອບ 1 ຕື້​ຄົນ​ໃນ​ໂລກ​ພວມ​ປະສົບ​ກັບຄວາມ​ອຶດຫິວ, ​ໃນ​ນັ້ນ 65% ດຳລົງ​ຊີວິດ​ຢູ່​ພາກ​ພື້ນ​ອາຊີ - ປາຊີ​ຟິກ. ກ່າວ​ຄຳ​ເຫັນ​​ໄຂ​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​​ໃຫ້​ຮູ້​ວ່າ.

“ ​ໃນ​ຫຼາຍ​ທົດ​ສະ​ວັດ​ທີ່​ຜ່ານ​ມາ, ​ໂດຍ​ມີ​ຄວາມ​ມານະ​ພະຍາຍາມ​ຂອງ​ແຕ່ລະ​ປະ​ເທດ ​ແລະ ການ​ຊ່ວຍ​ເຫຼືອ​ຢ່າງ​ຕັ້ງໜ້າ​ຂອງ​ບັນ​ດາ​ອົງການ​ສາກົນ, ຕົ້ນ​ຕໍແມ່ນອົ​ງການ FAO, ການ​ຜະ​ລິດ​ທັນ​ຍາ​ຫານ​ໃນ​ໂລກບັນລຸ​ໄດ້​ບັນດາ​ຜົນງານ​ທີ່​ໃຫຍ່​ຫຼວງ, ຫຼາຍ​ປະ​ເທດ​ໄດ້​ບຶນ​ຕົວຂຶ້ນ​ສາມາດ​ກຸມ​ຕົນ​ເອງ​ດ້ານ​ທັນ​ຍາ​ຫານ​ໄດ້. ປະຈຸ​ບັນ, ຢູ່​ຫຼາຍ​ປະ​ເທດ​ພວມ​ມານະ​ພະຍາຍາມສ້າງ​ອົງ​ປະກອບ​ພື້ນຖານ​ກະສິກຳຄືນ​ໃໝ່​ຕາມ​ທິດ​ຍົກ​ສູງ​ສະມັດ​ຕະພາບ, ຄຸນ​ນະພາ​ບ, ປະສິດທິ​ພົນ, ຄ້ຳປະກັນ​ດ​້ານສະບຽງ​ອາຫານ​ຢ່າງ​ໝັ້ນຄົງ​ກວ່າ. ”

ທີ່​ການ​ຕ້ອນຮັບ​ທ່ານ Jose Graziano da Silva ຜູ້ອຳນວຍການ​ໃຫຍ່​ອົງການ​ອາຫານ ​ແລະ ການ​ກະ​ເສດສະ​ຫະປະຊາ​ຊາດ(FAO),​ ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢູງ ​ໄດ້​ຢືນຢັນ​ວ່າ:​ ຫວຽດນາມ ສືບ​ຕໍ່​ສະຫນັບສະຫນູນ​ບັນດາ​ຂໍ້​ລິ​ເລີ່​ມ ​ແລະ ການ​ເຄື່ອນ​ໄຫວ​ຂອງ FAO ​ໃນ​ໄລຍະ​ຈະ​ມາ​ເຖິງ. ທ່ານ​ນາຍົກລັດຖະມົນ​ຕີ ຫງວຽນ​ເຕີນ​ຢູງ ຕີ​ລາຄາ​ສູງ​ເລື່ອງ FAO​ຖື​ຫວຽດນາມ​ແມ່ນ​ຄູ່​ຮ່ວມ​ມືສຳຄັນ​ໃນ​ການ​ຮ່ວມ​ມື​ດດ້ານກະສິກຳ ດ້ວຍ​ກວ່າ 400 ​ໂຄງການຢູ່​ຫວຽດນາມ​ໂດ​ຍ​ແມ່ນ FAO ອຸປະ​​ຖຳ ​. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ໋ງ ກໍ​ຕີ​ລາຄາ​ສູງ​ບັນດາ​ຜົນງານ ​ແລະ ໝາກຜົນ​ທີ່​ບັນລຸ​ໄດ້​ຂອງ​ໂຄງການ​ຮ່ວມ​ມື ​ໃຕ້ - ​ໃຕ້​ຂອງ FAO. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ໋ງ ປາດ​ຖະຫນາ​ວ່າ FAO ຈະສືບ​ຕໍ່​ຫນູນ​ຊ່ວຍ ​ແລະ ສະຫນັບສະຫນູນ​ຫວຽດນາມ​ໃນ​ບັນດາ​ໂຄງການ​ຮ່ວມ​ມື​ກະສິກຳ.

​ໃນ​ວັນ​ດຽວ​ກັນ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ໋ງ ​ໄດ້​ມີ​ການ​ພົບ​ປະ​ກັບ​ບັນດາ​ທ່ານ​ຫົວຫນ້າ​ຄະນະ​ຜູ້​ແທນ​ຂອງ​ບັນດາ​ປະ​ເທດ​ເຂົ້າຮ່ວມ​ກອງ​ປະຊຸມ FAO ພາກ​ພື້ນ​ອາຊີ ປາຊີ​ຟີ​ກຄັ້ງ​ທີ 31.


ຂ່າວ/ບົດ​ອື່ນ