ໄຂກອງປະຊຸມຄະນະປະຈຳສະພາແຫ່ງຊາດຄັ້ງທີ 47

(VOVWORLD) -ກອງປະຊຸມຖືກດຳເນີນໃນລະຫວ່າງວັນທີ 10 – 12 ສິງຫາ, ຄະນະປະຈຳສະພາແຫ່ງຊາດຈະດຳເນີນການພິຈາລະນາ, ປະກອບຄຳເຫັນໃສ່ຫຼາຍເນື້ອໃນສຳຄັນ.

ໄຂກອງປະຊຸມຄະນະປະຈຳສະພາແຫ່ງຊາດຄັ້ງທີ 47 - ảnh 1 ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ

(ພາບ: VGP)

ຕອນເຊົ້າວັນທີ 10 ສິງຫາ, ຢູ່ຮ່າໂນ້ຍ, ໄດ້ໄຂກອງປະຊຸມຄະນະປະຈຳສະພາແຫ່ງຊາດຄັ້ງທີ 47. ກອງປະຊຸມຖືກດຳເນີນໃນລະຫວ່າງວັນທີ 10 – 12 ສິງຫາ, ຄະນະປະຈຳສະພາແຫ່ງຊາດຈະດຳເນີນການພິຈາລະນາ, ປະກອບຄຳເຫັນໃສ່ຫຼາຍເນື້ອໃນສຳຄັນ.

        ກ່າວຄຳເຫັນໄຂກອງປະຊຸມຄັ້ງທີ 47, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ຊີ້ແຈ້ງວ່າ: ກອງປະຊຸມຖືກດຳເນີນໃນສະພາບເກີດໂລກລະບາດໂຄວິດ-19 ຄັ້ງໃໝ່ ດ້ວຍບັນດາການຜັນແປທີ່ສັບສົນ. ດ້ວຍບົດຮຽນທີ່ມີຢູ່ແລ້ວ, ທັງລະບົບການເມືອງຈາກຂັ້ນສູນກາງລົງຮອດຂັ້ນຮາກຖານ, ໂດຍສະເພາະແມ່ນຢູ່ບັນດາທ້ອງຖິ່ນ, ພາຍໃຕ້ການຊີ້ນນຳພາໂດຍກົງຈາກລັດຖະບານ, ທັງລະບົບການເມືອງສືບຕໍ່ສາມັກຄີກັນຮ່ວມແຮງຮ່ວມໃຈຄວບຄຸມເຂດເກີດໂລກລະບາດ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເນັ້ນໜັກວ່າ: ບັນດາອົງການ, ສຳນັກງານຕ້ອງຮັບມືກັບສະພາບການໃນປະຈຸບັນ ເພື່ອໃຫ້ມີແຜນການຜັນຂະຫຍາຍ ແລະ ປະຕິບັດສຳເລັດບັນດາໜ້າທີ່ໃນຊຸມເດືອນທີ່ຍັງເຫຼືອຂອງທ້າຍປີ 2020.

        ທີ່ກອງປະຊຸມນີ້, ຄະນະປະຈຳສະພາແຫ່ງຊາດໄດ້ປະກອບຄຳເຫັນກ່ຽວກັບບາງບັນຫາທີ່ຍັງມີຄວາມເຫັນແຕກຕ່າງກັນຂອງ 4 ຮ່າງກົດໝາຍ, ລວມມີ: ກົດໝາຍວ່າດ້ວຍການພັກອາໄສ (ສະບັບປັບປຸງ); ກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີ່ມບາງມາດຕາຂອງກົດໝາຍວ່າດ້ວຍການປັບໄໝລົງໂທດການລະເມີດບໍລິຫານ; ກົດໝາຍວ່າດ້ວຍການປ້ອງກັນຊາດຫວຽດນາມ; ກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ (ສະບັບປັບປຸງ).

        ຄະນະປະຈຳສະພາແຫ່ງຊາດກໍ່ປະກອບຄຳເຫັນໃສ່ຍຸດທະສາດພັດທະນາອົງການກວດສອບແຫ່ງລັດຮອດປີ 2030; ບົດລາຍງານໝາກຜົນ 3 ປີແຫ່ງການປະຕິບັດມະຕິເລກທີ 42, ປີ 2017 ຂອງສະພາແຫ່ງຊາດຊຸດທີ 14…

ຕອບກັບ

ຂ່າວ/ບົດ​ອື່ນ