ໄຂກອງປະຊຸມທີ່ປຶກສາການຄ້າຫວຽດນາມປີ 2011

ວັນ​ທີ 14/12, ຢູ່​ຮ່າ​ໂນ້ຍ,ໃນ​ຂອບ​ເຂດ​ລາຍການ​ກອງ​ປະຊຸມ​ການ​ຕ່າງປະ​ເທດ​ຄັ້ງທີ 27, ​ໄດ້​ໄຂ​ກອງ​ປະຊຸມ​ທີ່​ປຶກສາ​ດ້ານ​ການ​ຄ້າ 2011 ດ້ວຍ​ຫົວ​ເລື່ອງ “ການ​ເຊື່ອ​ມໂຍງ​ເຂົ້າກັບ​ສາກົນ ​ແລະ ໜ້າ​ທີ່​ເສດຖະກິດ​ການ​ຕ່າງປະ​ເທດ​ໃນ​ໄລຍະ​ໃໝ່” ​ແລະ​ກອງ​ປະຊຸມວຽກ​ງານ​ການ​ພົວພັນ​ຕ່າງປະ​ເທດທົ່ວ​ປະ​ເທດ​ຄັ້ງທີ 16 ດ້ວຍ​ຫົວ​ເລື່ອງ “ຍູ້​ໄວ​ວຽກ​ງານການ​ຕ່າງປະ​ເທດ​ທ້ອງ​ຖິ່ນ​ຢ່າງຮອບດ້ານ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ວິວັດທະນາ​ການ​ເຊື່ອມ​ໂຍງ​ເຂົ້າກັບ​ເສດຖະກິດ​ຂອງ​ປະ​ເທດ​ຊາດ”

  ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມທີ່​ປຶກສາ​ດ້ານ​ການ​ຄ້າ 2011, ທ່ານ​ນາຍົກລັດ ຖະມົນຕີຫວຽດນາມ​ ຫງວຽນ​ເຕີນ​ຢູງຢັ້ງຢືນ​ວ່າ: ວຽກ​ງານ​ການ​ພົວພັນ​ກັບ​ຕ່າງປະ​ເທດ​ເວົ້າລວມ ​ແລະ​ ເສດຖະກິດ​ຕ່າ​ງປະ​ເທດ​ເວົ້າສະ​ເພາະ ​ໄດ້​ປະກອບ​ສ່ວນ​ຢ່າງ​ແທດ​ຈິງ ​ເຂົ້າ​ໃນ​ຜົນງານ​ລວມຂອງ​ປະ​ເທດ​ຊາດ. ທ່ານ​ໄດ້​ເນັ້ນໜັກ​ເຖິງ​ບັນດາ​ໜ້າ​ທີ່​ຈຸດ​ສຸມ​ສຳລັບ​ວຽກ​ງານ​ການ​ຕ່າງປະ​ເທດ​ໃນ​ປີ 2012 ວ່າ:

  “ຂ້າພະ​ເຈົ້າສະ​ເໜີ​ໃຫ້​ສ້າງ​ຍຸດ​ທະ​ສາດ​ສັງ​ລວມກ່ຽວ​ກັບ​ການ​ເຊື່ອມ​ໂຍງ​ເຂົ້າກັບ​ເສດຖະກິດ​ຂອງ​ຊາດ​ນັບ​ແຕ່​ໄຕ​ມາດ​ທີ 1 ປີ 2012 ຕ້ອງ​ລາຍ​ງານ​ຕໍ່​ລັດຖະບານ, ບົນ​ພື້ນຖານ​ນັ້ນ, ຕ້ອງ​ມີ​ຍຸດ​ທະ​ສາດ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ກັບ​ແຕ່ລະ​ປະ​ເທດ, ​ແຕ່​ລະ​ພາກ​ພື້ນ

   ທ່ານ​ນາຍົກລັດຖະມົນຕີສະ​ເໜີ​ໃຫ້​ບັນດາ​ທ່ານ​ເອກ​ອັກຄະ​ລັດຖະທູດ, ທີ່​ປຶກສາ​ດ້ານ​ການ​ຄ້າ ຈົ່ງ​ຕັ້ງໜ້າ​ຂົນຂວາຍ​ປະ​ເທດ​ຕ່າງໆ ຮັບ​ຮູ້​ຂໍ້​ກຳນົດ​ເສດຖະກິດ​ການ​ຕະຫຼາດຂອງ​ຫວຽດນາມ, ສືບ​ຕໍ່​ຂົນຂວາຍ​ທຶນ ODA ສຸມ​ໃສ່​ພັດທະນາ​ພື້ນຖານ​ໂຄງ​ລ່າງ, ພັດທະນາ​ຕົວ​ເມືອ​ງ​ໃຫ່ຍ, ສາທາລະນະ​ສຸກ, ການ​ສຶກສາ, ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ… ​ທ່ານ​ນາຍົກລັດຖະມົນຕີໃສ່​ໃຈ​ວ່າ ຕ້ອງ​ເພີ່ມ​ທະວີ​ຂົນຂວາຍ​ການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ​ ຕາມ​ທິດ​ລົງທຶນ​ເຂົ້າລວງ​ເລິກ, ​ເຕັກ​ໂນ​ໂລ​ຊີ​ສູງ ຕິດ​ພັນ​ກັບ​ບັນດາ​ກົນ​ໄກ​ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ທີ່​ສຸດ​ໃຫ້​ບັນດາ​ນັກ​ລົງທຶນ, ຖືເປັນ​ສຳຄັນ​ວຽກ​ງານ​ພະນັກງານ, ຮຽກຮ້ອງ​ໃຫ້​ກວດກາ​ຄືນ​ບັນດາ​ອົງການ​ການ​ທູດ, ​ອົງການ​ຜູ້ຕາງໜ້າ​ຢູ່​ຕ່າງປະ​ເທດ ​ເພື່ອ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກ່ວາ​ອີກ, ​ເສີມ​ຂະຫຍາຍ​ກຳລັງ​ແຮງ ພ້ອມ​ກັນ​ປະຕິບັດ​ໜ້າ​ທີ່​ເຊື່ອມ​ໂຍງ​ເຂົ້າກັບ​ເສດຖະກິດ​ໃຫ້​ເປັນ​ຢ່າງ​ດີ.

ຕອນ​ບ່າຍ​ດຽວກັນ ຢູ່ ຮ່າ​ໂນ້ຍ, ໃນ​ຂອ​ບ​ເຂດ​ກອງ​ປະຊຸມ​ການ​ທູດ​ຄັ້ງ​ທີ 27 ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ການຕ່າງປະ​ເທດ​ຄັ້ງ​ທີ 16 ພາຍ​ໃຕ້​ຫົ​ວ​ເລື່ອງ​ວ່າ: ຍູ້​ແຮງ​ວຽກ​ງານ​ການ​ຕ່າງປະ​ເທດ​ຢູ່​ທ້ອງ​ຖິ່ນ​ຢ່າງຮອບດ້ານ, ປະກອບສ່ວນ​ຢ່າງ​ຕັ້ງຫນ້າ​ເຂົ້າ​ໃນ​ວິວັດ​ການ​ເຊື່ອມ​ໂຍງ​​ເຂົ້າ​ກັບ​ສາກົນ​ຂອງ​ປະ​ເທດ​ຊາດ“ ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ​ 300 ກວ່າ​ຄົນ ທີ່ມາ​ຈາກ 63 ​ແຂວງ, ນະຄອນ ​ໃນ​ທົ່ວ​ເທດ ​ແລະ ບັນດາ​ກະຊວງ,  ຂະ​ແຫນງ​ການ.

        ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ ຟ້າມບີ່ງມີນ ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ​ຕີ​ລາຄາ​ສູງ​ບັນດາ​ຜົນງານ​ໃນ​ວຽກ​ງານ​ການ​ຕ່າງປະ​ເທດ​ຂອງ​ທ້ອງ​ຖິ່ນ​ໃນ 2 ປີ ພາຍຫລັງ​ກອງ​ປະຊຸມ​ການ​ຕ່າງປະ​ເທດ​ທ້ອງ​ຖິ່ນ​ທົ່ວ​ປະ​ເທດ​ຄັ້ງທີ 15 ຈັດ​ຂຶ້ນ​ໃນ​ເດືອນ​ກັນຍາ​ປີ 2009. ​ເມື່ອ​ຫວນ​ຄືນ​ວຽກ​ງານ​ການ​ຕ່າງປະ​ເທດ​ຢູ່​ທ້ອງ​ຖິ່ນ​ໃນ 2 ປີຜ່ານມາ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າມບີ່ງມີນ ຊີ້​ໃຫ້​ເຫັນ​ຂໍ້ຄົງຄ້າງ​ຄວນ​​ແກ້​ໄຂ.

        “ການ​ແນະນຳ​ແຜນ​ນະ​ໂຍບາຍ, ຂໍ້​ມູນ​ຂ່າວສານ​ກ່ຽວ​ກັບ​ຕະຫລາດ​ຂອງ​ຄູ່​ຮ່ວມ​ມື, ​ແກ້​ໄຂ​ບັນຫາ​ເກີດ​ຂຶ້ນ ​ເມື່ອ​ມີ​ຄະນະ​ຜູ້​ແທນ​ມາ​ຢ້ຽມຢາມ​ທ້ອງ​ຖິ່ນ ບາງ​ເທ່ືອ​ບໍ​ຕອບ​ສະຫນອງ​ຢ່າງ​ທັນ​ການ, ບັນຫາ​ບູລະນະ​ກົງຈັກ, ກົນ​ໄກ​ຍົກ​ສູງ​ລະດັບ​ຄວາມ​ຮູ້​ວິຊາ​ການ, ພາສາ​ຕ່າງປະ​ເທດ​ຂອງ​ຖັນ​ແຖວ​ພະນັກງານ​ເຮັດ​ວຽກ​ງານ​ການ​ຕ່າງປະ​ເທດ​ຢູ່​ທ້ອງ​ຖິ່ນ​ກໍ​ຄວນ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່ ​ແລ​ະ ​ປົວ​ແປງ​ໃຫ້​ຫລາຍ​ກວ່າ​ອີກ ​ເພື່ອ​ຕອບ​ສະຫນອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ວຽກ​ງານ​ການ​ຕ່າງປະ​ເທດ​ໃນ​ສະພາບ​ການ​ໃຫມ່.“

ຕອບກັບ

ຂ່າວ/ບົດ​ອື່ນ