ໄຂ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ APEC 2023

(VOVWORLD) - ປີນີ້ແມ່ນປີ ບັນພັບສຳລັບ ວິວັດທະນາການລັດຖະມົນຕີການເງິນ APEC ແລະ ບັນດາຄວາມມານະພະຍາຍາມໃນປັດຈຸບັນ ໄດ້ສຸມໃສ່ໃຫ້ແກ່ບັນດາບຸລິມະສິດໄລຍະຍາວ, ລວມມີການເພີ່ມທະວີການເງິນແບບຍືນຍົງ.
ໄຂ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ APEC 2023 - ảnh 1ກອງປະຊຸມລັດຖະມົນຕີ ກະຊວງການເງິນ APEC 2023

ກອງປະຊຸມລັດຖະມົນຕີ ກະຊວງການເງິນ ສັບປະດາດສຸດຍອດ ເວທີປາໄສ ການຮ່ວມມືເສດຖະກິດອາຊີ - ປາຊີຟິກ (APEC) 2023 ໄດ້ໄຂຂຶ້ນໃນວັນທີ 13 ພະຈິກ, ຢູ່ນະຄອນ San Francisco, ອາເມລິກາ. ກອງປະຊຸມລວມມີບັນດາກອງປະຊຸມກ່ຽວກັບ “ສະພາບການການເງິນ ແລະ ເສດຖະກິດທົ່ວໂລກ ແລະ ພາກພື້ນ”, “ມາດຕະການຍົກສູງກຳລັງຄວາມສາມາດການຜະລິດ, ການສະໜອງ ສິນຄ້າ ແບບທັນສະໄໝ”, “ການເງິນແບບຍືນຍົງ” ແລະ “ຊັບສິນດີຈີຕອນ”. ກອງປະຊຸມກໍ່ປຶກສາຫາລືບັນດານະໂຍບາຍຊຸກຍູ້ດ້ານປະລິມານເສດຖະກິດໃນໄລຍະຍາວ, ກໍ່ຄືຕີລາຄາຄວາມກ້າວໜ້າກ່ຽວກັບການປະຕິບັດບັນດາເປົ້າໝາຍສັງຄົມຄື: ຄວາມສະເໝີພາບລະຫວ່າງຍິງຊາຍ ແລະ ຜົນເສຍຫາຍຂອງສິ່ງແວດລ້ອມ. ກ່າວຄຳເຫັນໄຂເຫດການ, ທ່ານນາງ Janet Yellen ລັດຖະມົນຕີກະຊວງການເງິນ ອາເມລິກາ ໃຫ້ຮູ້ວ່າ, ປີນີ້ແມ່ນປີ ບັນພັບສຳລັບ ວິວັດທະນາການລັດຖະມົນຕີການເງິນ APEC ແລະ ບັນດາຄວາມມານະພະຍາຍາມໃນປັດຈຸບັນ ໄດ້ສຸມໃສ່ໃຫ້ແກ່ບັນດາບຸລິມະສິດໄລຍະຍາວ, ລວມມີການເພີ່ມທະວີການເງິນແບບຍືນຍົງ ແລະ ຊຸກຍູ້ການປະຕິຮູບນະໂຍບາຍເພື່ອແນໃສ່ສ້າງບັນດາພື້ນຖານເສດຖະກິດໃນໄລຍະຍາວ.

ໃນເຫດການທີ່ກ່ຽວຂ້ອງ, ວັນທີ 12 ພະຈິກ (ຕາມເວລາທ້ອງຖິ່ນ), ທ່ານລັດຖະມົນຕີກະຊວງການເງິນ ຫວຽດນາມ ໂຮ່ດຶກເຟິກ ໄດ້ມີການເຮັດວຽກສອງຝ່າຍກັບ ລັດຖະມົນຕີກະຊວງງົບປະມານ ອົດສະຕາລີ, ທ່ານລັດຖະມົນຕີກະຊວງການເງິນ ຍີ່ປຸ່ນ ແລະ ລັດຖະມົນຕີກະຊວງການເງິນ ສິງກະໂປ ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີ ການເງິນ ສັບປະດາຂັ້ນສູງ ເວທີປາໄສ ການຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) 2023 ຢູ່ອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ